ປະຊຸມຂ່າວປະກາດເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13

ປະຊຸມຂ່າວປະກາດເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13 - ảnh 1
ການ​ປະຊຸມ​ຂ່າວ​ປະກາດ​​ເນື້ອ​ໃນລາຍການ​ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: Hà Quang)

(vovworld) - ຕອນ​ບ່າຍ​ວັນ​ທີ 17/10, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​​ເນື້ອ​ໃນລາຍການ​ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເຊິ່ງຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10 ຢູ່​ສຳນັກ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ທີ່​ບາ​ດິ່ງ, ຮ່າ​ໂນ້ຍ.

ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ດຳ​ເນີນ​ໃນ​ເວລາ 33 ວັນ, ​ໂດຍ​ສຸມ​ໃສ່​ພິຈາລະນາ, ຕົງ​ລົງ​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດ, ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຂະ​ແໜງ​ຍຸຕິ​ທຳ. ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 18 ສະບັບ ​ແລະ ຮ່າງ​ມະຕິ 3 ສະບັບ ກໍ່​ຄື ​ໃຫ້ຄຳ​ເຫັນ​ໃຫ້​ຮ່າງ​ກົດໝາຍ​ອື່ນ 12 ສະບັບ. ພິ​ເສດ, ກອງ​ປະຊຸມ​ຄັ້ງ​ນີ້​ສະພາ​ແຫ່ງ​ຊາດ​ຍັງ​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ຕໍ່​ບັນດາ​ເນື້ອ​ໃນ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ກ່ຽວ​ກັບ​ເລື່ອງ​ຈັດ​ຕັ້ງ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 50 ຕຳ​​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫຼື​ໃຫ້​ຊັດ​ຕະຍາ​ບັນ, ຕາມ​ມະຕິ 35, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

ກອງ​ປະຊຸມ​ຂອງ​ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ປະຕິບັດ​ມະຕິ 35 ນັ້ນ​ແມ່ນ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ເປົ້າ​ໝາຍ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ. ກ່ຽວ​ກັບ​ເລື່ອງ​ປະຕິບັດ, ພວກ​ເຮົາ​ຮັກສາ​ວິທີ​ເດີມ​ຄື​​ໃນມະຕິ 35, ພາຍຫຼັງ​ລົງ​ຄະ​ແນນ​ສຽງ, ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປັບປຸງ​ມະຕິ 35. ດັ່ງ​ນັ້ນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຍັງ​ຄົງ​ປະຕິບັດ​ຕາມ 3 ຮູບ​ການ​ເດີມ​ຄື​ໃນ​ມະຕິ 35

ຂ່າວ/ບົດ​ອື່ນ