ປະຊາຄົມຊາວຄຼິດນະຄອນຫຼວງຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ

ປະຊາຄົມຊາວຄຼິດນະຄອນຫຼວງຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ - ảnh 1
ທ່ານ ຫງວຽນ​ເທ໋​ຖາວ ຕ້ອນ​ຮັບ​ຄະ​ນະສຳ​ນັກ​ສັງ​ຄະ​ລາດ​ໃຫຍ່ - ເຂດ​ຊາວ​ຄິດ ຮ່າ​ໂນ​້ຍ ມາ​ອວຍ​ພອນ​ປີ​ໃໝ່
(ພາບ​ປະ​ກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 25/2, ທ່ານ ຫງວຽນ​ເທ໋​ຖາວ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ສຳ​ນັກ​ສັງ​ຄະ​ລາດ​ໃຫຍ່ - ເຂດ​ຊາວ​ຄິດ ຮ່າ​ໂນ​້ຍ. ທ່ານ​ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋​ຖາວ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ​ຂອງ​ພະ​ຄາ​ດີ​ນັນ ຫງວຽນ​ວັນ​ເຍີນ, ສັງ​ຄະ​ລາດ​ໃຫຍ່​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ​ນະ​ຄອນຫຼວງ ເວົ້າ​ລວມ, ພ້ອມ​ທັງ​ຢັ້ງ​ຢືນ​ເລື່ອງ ນະ​ຄອນຫຼວງ ຮ່າ​ໂນ​້ຍ ພັດ​ທະ​ນາ​ຢ່າງ​ແຮງ, ນັບ​ມື້​ນັບ​ນັບ​ຮັ່ງ​ມີ​ສວຍ​ງາມ, ສ​ິ​ວິ​ໄລແມ່ນ​ຍ້ອນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຊົນ​ທ​ຸກ​ຊັ້ນ​ວັນ​ນະ, ໃນ​ນັ້ນ​ມີ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ.

        ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຮ່າ​ໂນ້ຍ ສະ​ຫງວນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ​ໃນ​ໄລ​ຍະ​ຜ່ານ​ມາ ພະ​ຄາ​ດີ​ນັນ ຫງວຽນ​ວັນ​ເຍີນ, ສັງ​ຄະ​ລາດ​ໃຫຍ່​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ ຖື​ວ່າ: ເລື່ອງ​ທ່ານແມ່ນ​ໜຶ່ງ​ໃນ​ຈຳ​ນວນ ພະ​ຄາ​ດີ​ນັນ 20 ​ອົງໃນ​ທົ່ວ​ໂລກ ຫາກໍ່​​ຖືກ​ສັນ​ຕະ​ປາ​ປາ Francis ແຕ່ງ​ຕັ້ງ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເອກ​ອ້​າງ​ທະ​ນົງ​ໃຈ​ອັນ​ໃຫຍ່ຫຼວງ. ດັ່ງ​ນັ້ນ, ພະ​ຄາ​ດີ​ນັນ ຫງວຽນ​ວັນ​ເຍີນ ຫວັງ​ວ່າ​ຈະ​ຮັບ​ໃ​ຊ້​ປະ​ຊາ​ຊົນ​, ບ້ານ​ເກີດ​ເມືອງນອນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ພ້ອມ​ທັງ​ສ້າງ​ສາ​ສາ​ສະ​ໜາ​ຄຼິດ ພັດ​ທະ​ນາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ.


ຂ່າວ/ບົດ​ອື່ນ