ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍ
(ຊາວຫວຽດນາມ ໃນທົ່ວໂລກຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981
ໃນເຂດເສດຖະກິດຜູກຂາດຂອງຫວຽດນາມ)
(vovworld) – ຕອນບ່າຍວັນທີ 18/05, ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ນະຄອນຫຼວງ ວໍຊິງເຕັນ, ລັດ Viginia, ລັດ Maryland, ແລະ ບັນດາເຂດອ້ອມຂ້າງ ພ້ອມກັບເພື່ອນມິດຊາວອາເມລິກາ ຈຳນວນໜຶ່ງ ໄດ້ເຕົ້າໂຮມຢູ່ຕໍ່ໜ້າສະຖານທູດຈີນ ປະຈຳນະຄອນຫຼວງ ວໍຊິງເຕັນ ເພື່ອຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ຢ່າງຜິດກົດໝາຍ, ຮຽກຮ້ອງຈີນ ຕ້ອງຖອນຮ້ານເຈາະນ້ຳມັນດັ່ງກ່າວອອກເຂດທະເລຂອງຫວຽດນາມ ໂດຍທັນທີ. ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ ນິວຢອກ ແລະ Boston, ລັດ Massachussets, ມີປະຊາຊົນ, ຊາວໜຸ່ມ, ນັກສຶກສາຫວຽດນາມ ແລະ ເພື່ອນມິດສາກົນກໍ່ໄດ້ເຕົ້າໂຮມຢູ່ຕໍ່ໜ້າຄະນະທູຕານຸທູດຈີນ ປະຈຳນິວຢອກ ເພື່ອຄັດຄ້ານການກະທຳຂອງຈີນ ຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ.
ວັນທີ 18/05, ຊາວຫວຽດນາມ ອາໄສຢູ່ອີຕາລີ ກໍ່ຄືຊາວອີຕາລີ ຮັກຫອມຫວຽດນາມ ຫຼາຍຄົນ ໄດ້ເດີນຂະບວນຕໍ່ໜ້າສະຖານທູດຈີນ ຢູ່ Rome ເພື່ອຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ຢູ່ເຂດທະເລຂຶ້ນກັບໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງຫວຽດນາມ.
ແລະກໍ່ໃນວັນດຽວກັນ, ຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ, ປະຊາຄົມຊາວຫວຽດນາມ ປະຈຳ ອານໂກລາ, ຊິດນີ, ສະມາຄົມມິດຕະພາບເຊັກ - ຫວຽດນາມ ກໍ່ຈັດຕັ້ງພິທີໂຮມຊຸມນຸມມິດຕິງເພື່ອຄັດຄ້ານບັນດາການກະທຳເກາະຜິດຂອງຈີນ ຢູ່ທະເລຕາເວັນອອກເຊັ່ນດຽວກັນ.