ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ ແລະ ຕ້ານໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ

(VOVWORLD) -ທີ່ພິທີ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຮັບຜ້າອັດປາກ -ດັງ 50.000 ອັນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງໄປໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19
  • ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ ແລະ ຕ້ານໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ - ảnh 1

    ທ່ານເຈິ່ນແທັງເໝີນປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຮັບການສະໜັບສະໜູນຈາກຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ ແລະ ປະຊາຄົມ ຫວຽດນາມອາໄສຢູ່ຕ່າງປະເທດ (ພາບ: TTXVN)

ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເປັນຕາງໜ້າໃຫ້ແກ່ບັນດາສ່ວນບຸກຄົນ, ໝູ່ຄະນະຊາວຫວຽດນາມອາໄສຢູ່ອາເມລິກາ, ໂຮນລັງ, ສະວິດ, ຝລັ່ງ, ລາວ, ມາເກົ້າ (ຈີນ), ຮົ່ງກົງ (ຈີນ), ກ໋ວາງຕຸ້ງ(ຈີນ) ໄດ້ມອບເງິນບໍລິຈາກໃຫ້ແກ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ມອບເງິນສະໜັບສະໜູນຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ພາຍໃນປະເທດ, ດ້ວຍຈຳນວນເງິນແມ່ນ ກ່ວາ 4,6 ຕື້ດົ່ງ.        

ຕາມການຄິດໄລ່ໃນເບື້ອງຕົ້ນຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດແລ້ວ, ໄລ່ຮອດວັນທີ 19 ພຶດສະພາ, ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ບໍລິຈາກ, ສະໜັບສະໜູນເງິນກ່ວາ 34 ຕື້ດົ່ງພ້ອມກັບວັດຖຸສິ່ງຂອງ, ອຸປະກອນ ການແພດ ເພື່ອສົ່ງໄປຍັງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະພາກາແດງຫວຽດນາມ ແລະ ໂຮງໝໍບາງແຫ່ງທີ່ພວມປິ່ນປົວ ຄົນເຈັບທີ່ຕິດເຊື້ອ Covid – 19.

ໃນເຫດການທີ່ກ່ຽວຂ້ອງຕອນເຊົ້າວັນທີ 20 ພຶດສະພາ, ຖ້ຽວບິນພິເສດທີ່ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ທີ່ຖືກຕິດຄ້າງຢູ່ອິນເດຍຍ້ອນໂລກລະບາດ Covid – 19 ຈາກນະຄອນຫຼວງ New Delhi ກໍ່ໄດ້ກັບມາຮອດປະເທດ, ສິ້ນສຸດບັ້ນຍຸດທະສາດປົກປ້ອງພົນລະເມືອງທີ່ແກ່ຍາວມາເປັນເວລາເກືອບ 3 ເດືອນ.

        ພາຍຫຼັງເຮືອບິນລົງ ຈອດຢູ່ສະໜາມບິນເກິ່ນເທີ, ພົນລະເມືອງ 340 ຄົນທີ່ກັບມາຈາກອິນເດຍໄດ້ຮັບການແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລະ ສົ່ງໄປແຍກຕົວຢູ່ເຂດຕ່າງຫາກ.

ຕອບກັບ

ຂ່າວ/ບົດ​ອື່ນ