ປະຊາຄົມຊາວຫວຽດນາມ ອາໄສຢູ່ນອກແວ ອວ່າຍເມືອຫາທະເລຂອງບ້ານເກີດເມືອງນອນ
(ພາບປະກອບ)
(vovworld) – ສະມາຄົມຊາວຫວຽດນາມ ອາໄສຢູ່ນອກແວ ຫາກໍ່ຈັດການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດນີ້ ເພື່ອບໍລິຈາກຈຳນວນເງິນ 6.000 USD ແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດປົກປັກຮັກສາອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ນີ້ແມ່ນການເຄື່ອນໄຫວຖັດຈາກເລື່ອງພໍ່ແມ່ປະຊາຊົນໄດ້ຝາກຈົດໝາຍຄັດຄ້ານເຖິງສະຖານທູດຈີນ ປະຈຳນອກແວ ເມື່ອທ້າຍເດືອນ 05 ແລະ ການເດິີນຂະບວນຢູ່ນະຄອນ Oslo ປະເທດນອກແວ ເມື່ອວັນທີ 01/06 ທີ່ຜ່ານມາ ເພື່ອແນໃສ່ຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢູ່ທະເລຕາເວັນອອກ.
ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ນອກແວ ເລທິຕ໋ຽດມາຍ ໄດ້ຊົມເຊີຍບັນດາການເຄື່ອນໄຫວຂອງປະຊາຄົມທີ່ມີຄວາມໝາຍອວ່າຍເມືອຫາທະເລຂອງບ້ານເກີດເມືອງນອນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ນອກແວ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ, ຍາມໃດອວ່າຍເມືອຫາສູ່ບ້ານເກີດເມືອງນອນ ດ້ວຍຈິດໃຈ “ຮ່ວມແຮງຮ່ວມໃຈເພື່ອຮ່ວາງຊາ, ເຈື່ອງຊາ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ”.