ປະຊາຄົມຊາວຫວຽດນາມຢູ່ສ.ເກົາຫຼີແລະຝຣັ່ງຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່

ປະຊາຄົມຊາວຫວຽດນາມຢູ່ສ.ເກົາຫຼີແລະຝຣັ່ງຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 1/3, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ. ເກົາຫຼີ ໄດ້​ຈັດ​ຕັ້ງ​ລາຍ​ການ​ຕ​ອ້ນ​ຮັບ​ລະ​ດູ​ບານ​ໃໝ່​ປີ 2015 ເພື່ອ​ແນ​ໃສ່​ນຳມາ​ເຊິ່ງ​ບັນ​ຍາ​ກາດ​ຂອງ​ບຸນ​ເຕັດ​ປະ​ເພ​ນີ​ ມາ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ ແລະ ຮ​່ຳ​ຮຽນ​ຢູ່ ສ. ເກົາຫຼີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫິ້ວ​ຈີ໋, ໄດ້​ຝາກ​ຄຳອວຍ​ພອນ​ປີ​ໃໝ່​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ. ເກົາຫຼີ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ມະ​ແມ 2015, ພ້ອມ​ທັງ​ຢັ້ງ​ຢືນ​ນະ​ໂຍ​ບາຍ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ, ທີ່ຍາ​ມ​ໃດ​ກໍ່​ຖື​ພໍ່​ແມ່​ປະ​ຊາ​ຊົນ​ອາ​ໄສ​ຢູ່​ຕ່າງ​ປະ​ເທ​ດ​ແມ່ນ​ພາກ​ສ່ວ​ນ​ໜຶ່ງ​ເຊິ່ງບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້. ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ. ເກົາຫຼີ ໄດ້​ມອບ​ຂອງ​ຂວັນ​ປີ​ໃໝ່ ໃຫ້​ແກ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ. ເກົາຫຼີ, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ສ. ເກົາຫຼີ, ຜູ້​ຕາງ​ໜ້າ​ວົງ​ຕະ​ກຸນ ຫຼີ໋…

        ກ່ອນ​ໜ້ານັ້ນ, ວັນ​ທີ 28/2, ຢູ່​ນະ​ຄອນ Nogent – sur – Marne, ຊານ​ນະ​ຄອນຫຼວງ ປາ​ຣີ, ໄດ້​ດຳ​ເນີນ​ລາຍ​ການ​ຕ້ອນ​ຮັບ​ປ​ີ​ໃໝ່ ປີ​ມະ​ແມ ທີ່​ມີ​ຊື່​ວ່າ “ບຸ​ນ​ເຕັດ​ຢູ່​ບ້ານ​ຂ້ອຍ” ດ້ວຍ​ການ​ເຄື່ອນ​ໄຫວຕ່າງໆ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຫຼາຍ​ຮູບຫຼາຍ​ແບບ​. ລາຍ​ການ​ໂດຍ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຝ​ຣັ່ງ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ແລະ ດຶງ​ດູດ​ຊາວ ຫວຽດ​ນາມ ກ່​ວາ 1.000 ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ ຝ​ຣັ່ງ​ເຂົ້າ​ຮ່ວມ. ເປັນ​ຄັ້ງ​ທຳ​ອິດ, ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ຄວາມ​ສະ​ຫງົບ​ສ​ຸກ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ບຸນ​ຕ້ອນ​ຮັບ​ບຸນ​ເຕັດ ຫວຽດ​ນາມ, ຕອ​ບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຂກ ຫຼື ນັກ​ອາ​ສາ​ສະ​ໝັກ​ທີ່ບໍ່​ທັນ​ມີ​ໂອ​ກາດ​ໄປ​ວັດ​ໃນ​ຕົ້ນ​ປີ.

 


ຂ່າວ/ບົດ​ອື່ນ