ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາບຟຣີກາໃຕ້
ກ່າວຄຳເຫັນທີ່ພິທີ
(ພາບ: Mạnh Hùng/Vietnam+)
|
(vovworld) – ຕອນຄຳ່ວັນທີ 31/1, ຢູ່ນະຄອນຫຼວງ Bratislava, ສະຖານທູດ ຫວຽດນາມ ປະຈຳ ສ. Slovakia ໄດ້ຈັດຕັ້ງງານລາຕີ ຂຳ່ນັບຮັບຕ້ອນລະດູບານໃໝ່ປີວອກ 2016 ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ, ຮຳ່ຮຽນ ແລະ ທຳມາຫາກິນຢູ່ Slovakia. ນີ້ແມ່ນຄັ້ງທຳອິດທີ່ສະຖານທູດສົມທົບກັບບັນດາອົງການຈັດຕັ້ງມະຫາຊົນຂອງຊາວ ຫວຽດນາມ ຢູ່ Slovakia ຈັດຕັ້ງບຸນເຕັດດ້ວຍຂອບຂະໜາດໃຫຍ່ ແລະ ພາກສ່ວນເຂົ້າຮ່ວມ.
ແລະກໍ່ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ໄດ້ຈັດຕັ້ງບຸນເຕັດ, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ, ນັກຮຽນ, ນັກສຶກສາ ແລະ ຄົນງານ ຫວຽດນາມ ປະຈຳ ອິດສະຣາແອນ ເປັນຈຳນວນຫຼວງຫຼາຍ ພ້ອມກັບເພື່ອນມິດສາກົນ.
ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 30/1, ຢູ່ ວຽນ, ປະເທດ ໂອຕຣິດ, ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ຈັດຕັ້ງງານລາຕີຂຳ່ນັບຮັບຕ້ອນລະດູບານໃໝ່ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ ແລະ ເພື່ອນມິດສາກົນເກືອບ 1.000 ຄົນ .
ໃນຂະນະນັ້ນ, ວັນທີ 31/1, ສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາໃຕ້ ໄດ້ຈັດຕັ້ງການພົບປະສັງສັນຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ 2016 ຢູ່ນະຄອນຫຼວງ Pretoria. ເຂົ້າຮ່ວມການພົບປະສັງສັນມີແຂກ 200 ທ່ານ. ແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນ ຫວຽດນາມ ພ້ອມກັນໄດ້ຮັບປະທານອາຫານເຍື່ອງຕ່າງໆຊຶ່ງເປັນອາຫານພິເສດໃນບຸນເຕັດຂອງຊາດ ແລະ ຮັບຊົມລາຍການສະແດງສິລະປະໂດຍພວກຫຼານນ້ອຍອະນຸຊົນຊາວ ຫວຽດນາມ ທຳການສະແດງ.
ຕອນຄຳ່ວັນທີ 31/1, ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ, ການາດາ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ 2016 ເຊັນດຽວກັນ.