ປະຊາຄົມຊາວຫວຽດນາມອາໄສຢູ່ອາຟະລິກາໃຕ້ມອບເຄື່ອງຊ່ວຍເຫຼືອໃຫ້ Zimbabwe ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Idai

(VOVWORLD) -ນອກຈາກທັນຍາຫານ 2 ລ້ານໂຕນລວມມີ: ເຂົ້າສານ, ແປ້ງສາລີ ແລະ ໝີ່ ແລ້ວ,  ໃນຈຳນວນເຄື່ອງໜູນຊ່ວຍຍັງມີໂສ້ງ, ເສື້ອ, ປື້ມ…

ປະຊາຄົມຊາວຫວຽດນາມອາໄສຢູ່ອາຟະລິກາໃຕ້ມອບເຄື່ອງຊ່ວຍເຫຼືອໃຫ້ Zimbabwe ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Idai - ảnh 1 ພິທີມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຕາງໜ້າສະຖານທູດ Zinbabwe ປະຈຳອາຟະລິກາໃຕ້

(ພາບ: TTXVN)

ວັນທີ 30 ເມສາ, ນະຄອນຫຼວງ Pretoria, ສະຖານທູດຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຕາງໜ້າສະຖານທູດ Zinbabwe ປະຈຳອາຟະລິກາໃຕ້ ເພື່ອແນໃສ່ປະກອບສ່ວນແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນປະເທດນີ້ ປະຈຸບັນພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Idai ເມື່ອເດືອນ ມີນາ ຜ່ານມາ. ນອກຈາກທັນຍາຫານ 2 ລ້ານໂຕນລວມມີ: ເຂົ້າສານ, ແປ້ງສາລີ ແລະ ໝີ່ ແລ້ວ,  ໃນຈຳນວນເຄື່ອງໜູນຊ່ວຍຍັງມີໂສ້ງ, ເສື້ອ, ປື້ມ…

        ທີ່ພິທີມອບຮັບ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ເນັ້ນໜັກວ່າ, ໂດຍແມ່ນປະເທດຖືກຜົນສະທ້ອນຈາກໄພທຳມະຊາດ, ນ້ຳຖ້ວມເປັນປະຈຳ, ສະນັ້ນປະຊາຊົນຫວຽດນາມ ເຫັນໃຈ ແລະ ແບ່ງປັນຄວາມຫຍຸ້ງຍາກ, ຄວາມເສຍຫາຍເຊິ່ງປະຊາຊົນ Zinbabwe ພວມປະເຊີນໜ້າ; ອວຍພອນໃຫ້ປະຊາຊົນ Zinbabwe ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນໂດຍໄວ, ກໍຄືປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸດັ່ງກ່າວຢ່າງມີຄວາມສະດວກ.

        ໂດຍຕາງໜ້າໃຫ້ສະຖານທູດ Zinbabwe ປະຈຳອາຟະລິກາໃຕ້, ພັນລະຍາຂອງ ເອກອັກຄະລັດຖະທູດ Zinbabwe ໄດ້ຂອບໃຈບັນດາອົງການຕາງໜ້າຫວຽດນາມ ປະຈຳອາຟະລິກາໃຕ້ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອມະນຸດສະທຳຢ່າງທັນການ ແລະ ຊີ້ແຈ້ງວ່າ ສິ່ງນີ້ໄດ້ສະແດງໃຫ້ເຫັນການກະທຳອັນສູງສົ່ງຂອງປະຊາຊົນຫວຽດນາມ ຕໍ່ຜູ້ປະສົບເຄາະຮ້າຍຈາກພາຍຸດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ