ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ
(ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ)
(vovworld) - ຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ - ອາຊຽນ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 06 – 09/03, ດ້ວຍການເຂົ້າຮ່ວມຂອງບັນດານັກຄຸ້ມຄອງຂັ້ນສູງທີ່ມາຈາກກຸ່ມບໍລິສັດແຖວໜ້າຂອງອາເມລິກາ ເກືອບ 30 ແຫ່ງທີ່ຂຶ້ນກັບບັນດາຂົງເຂດແຕກຕ່າງກັນຄື: ການເງິນ, ກະສິກຳ, ອຸດສາຫະກຳ... ທີ່ການປະຊຸມຂ່າວຖືກຈັດຂຶ້ນໃນຕອນບ່າຍວັນທີ 06/03, ຢູ່ຮ່າໂນ້ຍ, ທ່ານ Chtistian Bennet, ປະທານຄະນະກຳມະການຫວຽດນາມສັງກັດສະພາດຳເນີນທຸລະກິດອາເມລິກາ - ອາຊຽນ, ໄດ້ຢືນຢັນການສະໜັບສະໜູນບັນດາຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງລັດຖະບານຫວຽດນາມ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາລົງທຶນຢ່າງຍາວນານຂອງວິສາຫະກິດອາເມລິກາ ສຳລັບຕະຫຼາດນີ້. ສ່ວນທ່ານ Mars Meanly, ຮອງປະທານຜູ້ຮັບຜິດຊອບນະໂຍບາຍຂອງສະພາດຳເນີນທຸລະກິດອາເມລິກາ - ອາຊຽນ ໃຫ້ຮູ້ວ່າ.
“ອາຊຽນ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດເຊິ່ງບັນດາບໍລິສັດຂອງອາເມລິກາ ຢາກມາຮ່ວມມືລົງທຶນດຳເນີນທຸລະກິດ. ເຖິງວ່າ ສັນຍາ TPP ບໍ່ມີການເຂົ້າຮ່ວມຂອງອາເມລິກາ ແລ້ວກໍ່ຕາມ, ແຕ່ 11 ປະເທດຍັງເຫຼືອ ພັດຍັງໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ກະກຽມການພົບປະໃນໄລຍະຈະມາເຖິງຢູ່ ຈີເລ ເພື່ອປຶກສາຫາລື ສືບຕໍ່ຜັນຂະຫຍາຍຜົນປະໂຫຍດໃນວິວັດການເຈລະຈາເປັນເອກະພາບ. ສະນັ້ນ, ຍັງມີກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ, ໃນນັ້ນມີວິສາຫະກິດອາເມລິກາ ຂຸດຄົ້ນຄຳໝັ້ນສັນຍາຂອງ 11 ປະເທດສະມາຊິກ TPP ນີ້”.