ປະຊາຄົມສາກົນສືບຕໍ່ສະຫນັບສະຫນູນຫວຽດນາມໃນບັນຫາທະເລຕາເວັນອອກ

ປະຊາຄົມສາກົນສືບຕໍ່ສະຫນັບສະຫນູນຫວຽດນາມໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຫວຽດນາມ
photo:baomoi.com.vn


(vovworld)- ຕອນ​ບ່າຍ​ວັນ​ທີ 3/7, ກະ​ຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ການປະຊຸມ​ຂ່າວ​ນັດ​ສາມັນ​ເພື່ອ​ແຈ້ງການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງ​ຫວຽດນາ​ມ​ໃນ​ໄລຍະ​ຈະ​ມາ​ເຖິງ ກໍ​ຄື​ຕອບ​ບາງ​ຄຳ​ຖາມຂອງ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ສະພາບ​ຄວາມ​ເຄ່ັງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນອອກ. ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສາກົນ. ທີ່​ເວທີ​ປາ​ໄສ​ຄັ້ງ​ຕ່າງໆ, ບັນດາ​ປະ​ເທດ​ລ້ວນ​ແຕ່​ອອກສຽງ​ສະຫນັບສະຫນູນ​ຫລັກ​ໝັ້ນ​ເປັນ​ທຳ​ກໍ​ຄື​ການ​ປະຕິ​ບັດ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ​ຂອງ​ຫວຽດນາມ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ກ່ອນ​ທີ່ ວັນ​ທີ 01/8 ຈະ​ມາ​ເຖິງ, ກົດໝາຍ​ປົກ​ປ້ອງ​ບັນດາ​ຮາກ​ຖານ​ການ​ທະຫານ​ຂອງ​ຈີນ ຈະ​ມີ​ຜົນ​ສັກສິດ, ຕາມ​ນັ້ນ​ແລ້ວ ທະຫານ​ຈີນ ມີ​ສິດ​ສະກັນ​ກັ້ນ​ຊາວ​ປະມົງ​ຕ່າງປະ​ເທດ​ເຂົ້າ​ເຂດ​ທະ​ເລ ຊື່​ງຈີນ​ກຳນົດ​ຕາມ​ລຳພັງ​ຝ່າຍ​ດຽວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ​ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ວ່າ ທຸກ​ການ​ເຄື່ອນ​ໄຫວ, ການ​ກະທຳ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສປຊກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ​ເຄົາລົບ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ ​ແລະ ບໍ່​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົນລະ​ເຮືອນ, ການ​ເຄ່ື່ອນ​ໄຫວ​ເປັນ​ປົກກະຕິ​ຢູ່​ພາກ​ພື້ນ.”

ຂ່າວ/ບົດ​ອື່ນ