(vovworld) - ວັນທີ 22/02, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ (AL) Lakhdar Brahimi ໄດ້ກ່າວປະນາມເຫດວາງລະເບີດທີ່ນອງເລືອກຢູ່ Damascus ເມື່ອວັນທີ 21/02, ເຊິ່ງເຮັດໃຫ້ 100 ຄົນເສຍຊີວິດ ແລະ 250 ຄົນຖືກບາດເຈັບແມ່ນ "ໂທດສົງຄາມ”. ກ່ອນໜ້ານັ້ນ, ທ່ານ Lakhdar Brahimi ໄດ້ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ສ້າງຕັ້ງກຸ່ມສືບສວນສາກົນເອກະລາດກ່ຽວກັບ “ບັນດາໂທດຄ້າຍຄືກັນ” ຢູ່ຊີຣີ. ທ່ານນາງ Catherine Ashton, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ກ່ຽວກັບຄວາມປອດໄພ ແລະ ການຕ່າງປະເທດ ກໍໄດ້ກ່າວປະນາມເຫດວາງລະເບີດແມ່ນ “ການກະທຳທີ່ໂຫດຮ້າຍສາມານທີ່ບໍ່ອາດອ້າງເຫດຜົນໄດ້”. ໂຄສົກກະຊວງການຕ່າງປະເທດຈີນ ຮຸງເລີຍ ກໍຕຳນິຕິຕຽນເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງຈົ່ງປະຕິບັດການຢຸດຍິງ ແລະ ເລີ່ມເຈລະຈາດ້ານການເມືອງເພື່ອສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ຊີຣີ.