ປະຊາຄົມໂລກຊົມເຊີຍລັດຖະບານສາມັກຄີຊົນຊາດປາແລດສະຕີນ

ປະຊາຄົມໂລກຊົມເຊີຍລັດຖະບານສາມັກຄີຊົນຊາດປາແລດສະຕີນ - ảnh 1
ນາຍົກລັດຖະມົນຕີ ປາແລດສະຕີນ ໃນພິທີສະບານຕົວເຂົ້າດຳລົງຕຳແໜ່ງຂອງປະທານາທິບໍດີ (ເບື້ອງຊ້າຍ) ຢູ່ Ramallah ໃນວັນທີ  2/6.
(ພາບ: AFP/ TTXVN)

(vovworld) – ວັນ​ທີ 3/6, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ຊົມ​ເຊີຍ​​ເລື່ອງສ້າງ​ຕັ້ງ​ລັດຖະບານ​ສາມັກ​ຄີ​​ຊົນຊາດ ປາ​ແລດ​ສະຕີ​ນ. ສປຊ ຫວັງ​ວ່າ​ປະຊາ​ຄົມ​ໂລກ​ບໍ່​ຫລຸດຜ່ອນ​ການ​ໜູນ​ຊ່ວຍພັດທະນາ​ພື້ນຖານ​ເສດຖະກິດ ປາ​ແລດ​ສະຕີ​ນ ​ແລະ ການ​ເຈລະຈາ​ສັນຕິພາບ ອິດສະຣາ​ແອນ - ປາ​ແລດ​ສະຕີ​ນ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຫະພາບ ​ເອີ​ລົບ ກໍ່​ຊົມ​ເຊີຍ​ລັດຖະບານ​ສາ​ມັກ​ຄີ​ຊົນຊາດ​ຊຸດ​​ໃໝ່​ຂອງ ປາ​ແລດ​ສະຕີ​ນ, ຖື​ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ວິວັດທະນາ​ການ​​ໄກ່ເກ່ຍ ປາ​ແລດ​ສະຕີ​ນ. ກ່ອນ​ໜ້າ​ນັ້ນ, ມີ​ຫຼາຍ​ປະ​ເທດ ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ​​ຖະ​ແຫຼ​ງພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ລັດຖະບານ​ສາມັກຄີ ​ຊົນ​ຊາດທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂອງ ປາ​ແລດ​ສະຕີ​ນ.

ຂ່າວ/ບົດ​ອື່ນ