ປະຊາຄົມໂລກຍູ້ແຮງການເຄື່ອນໄຫວກູ້ຊ່ວຍຢູ່ຟິລິບປິນ

ປະຊາຄົມໂລກຍູ້ແຮງການເຄື່ອນໄຫວກູ້ຊ່ວຍຢູ່ຟິລິບປິນ - ảnh 1
ນຳໃຊ້ເຮືອບິນຂົນສົ່ງການທະຫານເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸ
(ພາບ: dantri.com.vn)

(vovworld) - ​ໃນ​ສະພາບ​ການ​ລັດຖະບານ ຟິລິບ​ປິນ ​ແລະ ບັນດາ​ອົງການ​ມະນຸດສະທຳ​ພວມ​ຮຽກຮ້ອງ​ບ້ວງ​ເງິນ​​ຊ່ວຍ​ເຫຼືອ 300 ລ້ານ USD ​ເພື່ອ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ກໍ່ສ້າງ​​ບັນດາ​ເຂດ​ຖືກ​ພະຍຸ​ທຳລາຍ​​ຄືນ​ໃໝ່, ປະຊາ​ຄົມ​​ໂລກ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກູ້ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພະຍຸ​ຂອງ​ປະ​ເທດ​ນີ້. ວັນ​ທີ 16/11, ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ຜູ້ນຳ​​ລັດຖະບານ​​ປະ​ເທດຕ່າງໆ​ທີ່​ຂຶ້ນ​ກັບ​ກຸ່ມ​ວັດ​ທະນາ​ຖາວອນ​ລວມ (CHGM) ຢູ່​ນະຄອນຫຼວງ Colombo ຂອງ ສີ​ລັງກາ, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໄດ້​ປະກາດ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ຈຳນວນ​ເງິນ 30 ລ້ານປ່ອນ (​ເທົ່າ​ກັບ 48 ລ້ານ USD) ​ໃຫ​້​ແກ່​ວຽກ​ງານ​ກູ້ຊ່ວຍ​ຢູ່ ຟິລິບ​ປິນ. ອຳນາດ​ການ​ປົກຄອງ ລອນ​ດອນ ​ກໍ່​ໄດ້​ສົ່ງ​ກຳ​ປັ່ນ​ເຮືອບິນ IMS Illustrious ​ເຖິງ ຟິລິບ​ປິນ ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ກູ້​ໄພ​ກູ້​ຊີບ ​ແລະ ພວມ​ຜັນ​ຂະຫຍາຍ​ເຮືອ​ບິນ​ຂົນ​ສົ່ງ​ໄປ​ຍັງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້. ​ໃນ​ຂະນະ​ນັ້ນ, ກຸ່ມ​ຫລຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ​ ຍີ່ປຸ່ນ ລວມມີ ​ເຈົ້າ​ໜ້າ​ທີ່​ການ​ແພດ 25 ຄົນ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ນະຄອນ Tacloban ​ໃນ​ເກາະ Leyte, ພາກ​ກາງ ຟິລິບ​ປິນ, ທ້ອງ​ຖີ່​ນຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ທີ່​ສຸດ. ລັດຖະບານ ຍີ່​ປຸ່ນກໍ່​ພວມ​ສົ່ງ​ກຳ​ປັ່ນ 3 ລຳ​ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ ຍີ່ປຸ່ນ ​ແລະ ນັກຮົບ​ເກືອ​ບ 1.200 ຄົນ​ໄປ​ຍັງ​ເກາະ Leyte ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ກູ້​ໄພ​ກູ້​ຊີ​ບ.

ຂ່າວ/ບົດ​ອື່ນ