(vovworld) – ວັນທີ 28/3, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າສະຫະປະຊາຊາດ, ຄະນະກຳມະການເອີລົບ, ບັນດາລັດຖະບານສະມາຊິກ ສະຫະພາບເອີລົບ (ຫຼື EU) ແລະ ລັດຖະບານຫວຽດນາມ ໄດ້ລົງນາມເອກະສານແນະນຳສະບັບໃໝ່ກ່ຽວກັບການນຳໃຊ້ບັນຊີລາຍຊື່ມາດຖານບ້ວງລາຍຈ່າຍຕ່າງໆພາຍໃນປະເທດຂອງບັນດາໂຄງການ ODA ຢູ່ຫວຽດນາມ - ສະບັບຫລ້າສຸດປີ 2012. ເອກະສານ “ມາດຖານໃຊ້ຈ່າຍຂອງສະຫະປະຊາຊາດ ແລະ EU” ສະບັບຫຼ້າສຸດປີ 2012 ຈະສ້າງພື້ນຖານເພື່ອຄຸ້ມຄອງທຶນຊ່ວຍເຫຼືອພັດທະນາຢ່າງກະຈ່າງແຈ້ງ ແລະ ໂປ່ງໃສຢູ່ຫວຽດນາມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກສູງປະສິດທິຜົນການຊ່ວຍເຫຼືອໃນຂົງເຂດຖະແຫຼງການຮ່າໂນ້ຍ ກ່ຽວກັບປະສິດທິຜົນການຊ່ວຍເຫຼືອ.
ທີ່ພິທີລົງນາມ, ທ່ານ Andris Piebalgs, ຂ້າຫຼວງໃຫຍ່ກ່ຽວກັບການພັດທະນາຂອງສະຫະປະຊາຊາດ ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມໃນການປະຕິບັດການໃຊ້ຈ່າຍຢ່າງກະຈ່າງແຈ້ງໂປ່ງໃສ. ມາດຖານໃຊ້ຈ່າຍຢ່າງລະອຽດນີ້ຈະເພີ່ມທະວີຄວາມຮັບຜິດຊອບລວມລະຫວ່າງຝ່າຍຕ່າງໆ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດທີ່ໄດ້ຮັບການຊົມໃຊ້ບັນດາໂຄງການຊ່ວຍເຫຼືອຂອງສະຫະປະຊາຊາດ ແລະ EU, ຊ່ວຍປະຊາຊົນຫວຽດນາມສາມາດຕິດຕາມກວດກາເລື່ອງຜັນຂະຫຍາຍບັນດາໂຄງການພັດທະນາ.