ປະຊາຄົມໂລກຕຳໜີຕິຕຽນສປປ.ເກົາຫຼີຍິງລູກສອນໄຟນຳວິຖີ

ປະຊາຄົມໂລກຕຳໜີຕິຕຽນສປປ.ເກົາຫຼີຍິງລູກສອນໄຟນຳວິຖີ - ảnh 1
ປະຊາຄົມໂລກຕຳໜີຕິຕຽນສປປ.ເກົາຫຼີຍິງລູກສອນໄຟນຳວິຖີ
(ພາບ: UN/TTXVN)

(vovworld) - ​​ວັນ​ທີ 24/04, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕຳ​​ໜິ​ຕິ​ຕຽນ​ສປປ.ເກົາ​ຫຼີ ກ່ຽວ​ກັບ​ຖະ​ແຫຼງ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ລູກ​ໜຶ່ງ​ຈາກ​ກ່ຳ​ປັນ​ດຳ​ນ້ຳ​​ສຳ​ເລັດຜົນ. ຖະ​ແຫຼງ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ໜັກ​ວ່າ “ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຢ້ຳ​ຄືນ​ຄວ​າມ​ວິ​ຕົກ​ກັ​ງວົນ​ຢ່າງເຂັ້ມ​ງວດ​​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ຍິງລູກ​ສອນ​ໄ​ຟ​ນຳ​ວິ​ຖີ​ຄື​ແນວນັ້ນ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ນຳ​ອາວ​ຸດ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກ​ົ​າ​ຫຼີ ແລະ ເຮັດ​ໃຫ​້​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ.”

        ກ່ອນ​ໜ້ານັ້ນ, ສ.ເກ​ົ​າ​ຫຼີ, ຍີ່​ປຸ່ນ, ອາ​ເມ​ລິ​ກາ ແລະ ຝ​ລັ່ງ ລ້ວນ​ແຕ່​ອອກ​ສ​ຽງ​ຕຳ​​ໜິ​ຕິ​ຕຽນ​ການ​ກະ​ທຳ​ນີ້ ແລະ ຖື​ວ່າ, ນີ້ ແມ່ນ​ການ​ກະ​ທຳ​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາ​ຫຼີ ແລະ ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ