ປະຊາຄົມໂລກສືບຕໍ່ຮ່ວມເດີນທາງກັບຫວຽດນາມໃນວິວັດການພັດທະນາ

ປະຊາຄົມໂລກສືບຕໍ່ຮ່ວມເດີນທາງກັບຫວຽດນາມໃນວິວັດການພັດທະນາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:baomoi.com

(vovworld)- ວັນ​ທີ 28/11 ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ​ປະມານ 800 ທ່ານ​ທີ່​ຕາງຫນ້າ​ໃຫ້​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ອົງການ​ສາກົນ, ອົງການ​ຮ່ວມ​ມື​ພັດທະນາ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ, ບັນດາ​ກະຊວງ,​ ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ, ຜູ້ຕາງຫນ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ​ໄດ້​ຢືນຢັນ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສ​ດ​ໃນ 10 ປີ​ມາ​ນີ້​ບັນລຸ​ປະສິດທິ​ຜົນ​ທີ່​ສຸດ. ຜ່ານ​ນັ້ນ ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ. ​​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໝັ້ນ​ໝາຍສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ​ກວ່າ. ທ່ານ Andy Baker, ຜູ້ອຳນວຍການ​ແຫ່ງ​ຊາດ ອົງການ Oxfam ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ອົງການ Oxfam ຢູ່ ຫວຽດນາມ ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຕົ້ນຕໍ. ທີ​ຫນຶ່ງ​ແມ່ນ​ພັດທະນາ​​ເຂດ​ຊົນນະບົດ. ທີ​ສອງ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ເຂດ​ຊຸມ​ຊົນ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ. ທີ​ສາມ ​ແມ່ນ​ຫນູນ​ຊ່ວຍ​ສິດສະ​ເຫມີ​ພາ​ບລະຫວ່າງ​ຍິງ-​ຊາຍ​ໃຫ້​ແກ່​ແມ່ຍິງ​ກວ່າ.”

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ຕີ​ລາ​ຄາ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ປະຈຳ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປາດ​ຖະຫນາ​ກຢາກ​ບັນດາ​ອົງການ​ດັ່ງກ່າວ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ​ ກວ່າ​ອີກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ຟ້າ​ມບີ່​ງມີ​ງ ກ່າວ​ວ່າ:

”ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງຢ່າງ​ມີ​ປະສິດທິ​ຜົນ​ ​ແລະ ສອດ​ຄອ່ງກັບ​ຄວາມ​ຕ້ອງການ​ກໍ​ຄື​ກົດໝາຍ​ຂອງ​ຫວຽດນາມ. ສົມທົບ​ກັບ​ບັນດາ​ອົງການ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ແທດ​ຈິງ, ສຸມ​ໃສ່​ບຸລິມະສິດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ.”

ຂ່າວ/ບົດ​ອື່ນ