ສະພາບການຢູ່ Mali
ພາບ: internet
|
(vovworld) - ວັນທີ 29/1, ທີ່ກອງປະຊຸມອຸປະຖຳສາກົນສະຫງວນໃຫ້ແກ່ Mali ຢູ່ ນະຄອນຫລວງ Addis Ababa ຂອງ Ethiopia, ບັນດາການນຳ ອາຟຼິກາ ແລະ ເຈົ້າຫນ້າທີ່ສາກົນ ໄດ້ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນເກືອບ 500 ລ້ານ USD ໃຫ້ແກ່ບັນດາບັ້ນການທະຫານ ເພື່ອລົບລ້າງບັນດາມືປືນອິດສະລາມຢູ່ ພາກເຫນືອ Mali ແລະ ຫນູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນປະເທດນີ້. ໃນຂະນະນັ້ນ, ນຳຫນ້າແມ່ນປະເທດຍີ່ປຸ່ນ ດ້ວຍຈຳນວນເງິນປະກອບສ່ວນແມ່ນກວ່າ 120 ລ້ານ USD, ຢືນອັນດັບສອງແມ່ນ ອາເມລິກາ ດ້ວຍ 96 ລ້ານ USD. ບັນດາຄຳໝັ້ນໝາຍດັ່ງກ່າວຍັງບໍ່ທັນບັນລຸຕົວເລກ 960 ລ້ານ USD ຊຶ່ງສະຫະພາບ ອາຟຼິກາ (AU) ຖືວ່າແມ່ນຄວາມຈຳເປັນສຳລັບ Mali ລວມມີ 460 ລ້ານ USD ໃຫ້ແກ່ຄະນະຜູ້ຕາງຫນ້າຂອງ ປະຊາຄົມເສດຖະກິດບັນດາປະເທດ ອາຟຼິກາຕາເວັນຕົກ (ECOWAS) ຢູ່ Mali ໃນປີຫນຶ່ງ ແລະ 356 ລ້ານ USD ໃຫ້ແກ່ກອງທັບ Mali. ກ່າວຄຳເຫັນທີ່ກອງປະຊຸມ, ປະທານາທິບໍດີ Cote Divoire Alassane Ouattara ປະທານ ECOWAS ຖືວ່າ ສິ່ງສຳຄັນຕ້ອງປ່ອຍບ້ວງເງິນທີ່ໄດ້ໃຫ້ຄຳໝັ້ນສັນຍາ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ປີນີ້ Mali ຈະມີຈຳນວນເງິນທີ່ຕ້ອງການ.