(VOVWORLD) - ໝາກຜົນຂອງການ ຢັ່ງຫາງສຽງຂອງ CBC News ຕໍ່ ຊາວການາດາ 4,500 ຄົນຊີ້ໃຫ້ເຫັນວ່າສ່ວນຫຼາຍປະຊາຊົນການາດາມີຄວາມປາດຖະໜາຢາກໃຫ້ປະເທດນີ້ຮັບເອົາຊາວອົບພະຍົບໜ້ອຍລົງ.
ພາບປະກອບ (ພາບ: AFP) |
ຍັງອີກພຽງ ປະມານ 4 ເດືອນເທົ່ານັ້ນ ທີ່ການາດາຈະກ້າວເຂົ້າສູ່ການເລືອກຕັ້ງທົ່ວປະເທດ, ໝາກຜົນຂອງການ ຢັ່ງຫາງສຽງຂອງ CBC News ຕໍ່ ຊາວການາດາ 4,500 ຄົນຊີ້ໃຫ້ເຫັນວ່າສ່ວນຫຼາຍປະຊາຊົນການາດາມີຄວາມປາດຖະໜາຢາກໃຫ້ປະເທດນີ້ຮັບເອົາຊາວອົບພະຍົບໜ້ອຍລົງ ແລະ ລັດຖະບານຄວນເຮັດວຽກໃຫ້ຫຼາຍກ່ວາອີກເພື່ອສົ່ງເສີມການເຂົ້າເມືອງສຳລັບພາກສ່ວນອອກແຮງງານທີ່ມີທັກສະ.
ລັດຖະບານ ການາດາ ໄດ້ແບ່ງປະເພດ ກຸ່ມ ຊາວອົບພະຍົບອອກເປັນ 3 ກຸ່ມ ລວມມີ: ກຸ່ມເສດຖະກິດ ເຊິ່ງແມ່ນຜູ້ອອກແຮງງານທີ່ມີທັກສະ ແລະ ນັກທຸລະກິດກັບຄອບຄົວ ແລະ ຜູ້ຕິດຕາມມານຳ, ກຸ່ມທີສອງ ແມ່ນຊາວອົບພະຍົບຕາມແບບເຕົ້າໂຮມຂອງຄອບຄົວ, ແລະ ກຸ່ມທີ 3 ແມ່ນ ຜູ້ລີ້ໄພ, ຜູ້ອົບພະຍົບຍ້ອນເຫດຜົນມະນຸດສະທຳ ຫຼືມີສະພາບການພິເສດ.