ປະຊາຊົນ ກຳປູເຈຍ ລົງຖະໜົນຄັດຄ້ານຝ່າຍຄ້ານເສກສັນປັ້ນແຕ່ງປະຫວັດສາດ
Tuan Anh, ນັກຂ່າວ VOV ປະຈຳ ກຳປູເຈຍ -  
ປະຊາຊົນ ກຳປູເຈຍ ນັບໝື່ນຄົນ ໄດ້ລົງຖະໜົນເດີນຂະບວນປະທ້ວງຄັດຄ້ານບັນດາຖະແຫຼງການເສກສັນປັ້ນແຕ່ງປະຫວັດສາດຂອງການນຳຝ່າຍຄ້ານທ່ານໜຶ່ງ
(vovworld) – ວັນທີ 9/6, ປະຊາຊົນ ກຳປູເຈຍ ນັບໝື່ນຄົນ ໄດ້ລົງຖະໜົນເດີນຂະບວນປະທ້ວງຄັດຄ້ານບັນດາຖະແຫຼງການເສກສັນປັ້ນແຕ່ງປະຫວັດສາດຂອງການນຳຝ່າຍຄ້ານທ່ານໜຶ່ງ, ທີ່ກ່ຽວຂ້ອງເຖິງໂທດກຳດັບສູນເຊື້ອຊາດ Pol Pot. ທີ່ນະຄອນຫຼວງ ພະນົນເປັນ, ການແຫ່ຂະບວນປະທ້ວງໄດ້ຮັບການຈັດຕັ້ງຂຶ້ນດ້ວຍການເຂົ້າຮ່ວມຂອງປະຊາຊົນປະມານ 10.000 ຄົນ. ພາຍຫຼັງການແຫ່ຂະບວນປະທ້ວງຢູ່ເຂດໃຈກາງນະຄອນຫຼວງ ພະນົມເປັນ, ບັນດາຜູ້ເຂົ້າຮ່ວມສືບຕໍ່ເຕົ້າໂຮມຢູ່ຕໍ່ໜ້າສຳນັກງານຂອງພັກກູ້ຊາດ ກຳປູເຈຍ ສົ່ງເຖິງການນຳພັກນີ້ຂໍ້ສະເໜີແນະສະບັບໜຶ່ງ.
ກ່ອນໜ້ານັ້ນ, ໃນວັນທີ 17 – 18/5 ຜ່ານມາ, ເມື່ອກ່າວຄຳເຫັນຂົນຂວາຍຫາສຽງເລືອກຕັ້ງຢູ່ແຂວງ Takeo ແລະ Prey Veng, ທ່ານ Kem Sokha, ຜູ້ຮັກສາການປະທານພັກກູ້ຊາດ ກຳປູເຈຍ ຝ່າຍຄ້ານ ໄດ້ຖືວ່າ: ບັນດາວັດຖຸພັນ ແລະ ຮູບພາບຜູ້ປະສົບເຄາະຮ້າຍທີ່ພວມວາງສະແດງຢູ່ ຫໍພິພິທະພັນ ດັບສູນເຊື້ອຊາດ Tuol Sleng, ຢູ່ນະຄອນຫຼວງ ພະນົມເປັນແມ່ນປອມແປງ, ແລະ ຫວຽດນາມ ໄດ້ປູກສ້າງຄຸກ S – 21 ຄືນໃໝ່, ໝາຍເຖິງຫໍພິພິທະພັນ Tuol Sleng ໃນປະຈຸບັນ.
Tuan Anh, ນັກຂ່າວ VOV ປະຈຳ ກຳປູເຈຍ