ປະຊາຊົນ ຊີຣີ ນັບພັນໆຄົນໄດ້ກັບຄືນ Idlib ພາຍຫລັງຕວກກີ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງສ້າງຕັ້ງເຂດປອດການທະຫານ

(VOVWORLD) - ວັນທີ 19 ກັນຍາ, ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ປະຊາຊົນ ຊີຣີ ນັບພັນໆຄົນໄດ້ກັບຄືນ Idlib ໃນຮອບເວລາ 48 ຊົ່ວໂມງ ພາຍຫລັງໄດ້ຮັບຂ່າວວ່າ ຕວກກີ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງຕັ້ງເຂດປອດການທະຫານຢູ່ທີ່ນີ້.
ປະຊາຊົນ ຊີຣີ ນັບພັນໆຄົນໄດ້ກັບຄືນ Idlib ພາຍຫລັງຕວກກີ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງສ້າງຕັ້ງເຂດປອດການທະຫານ - ảnh 1 (ພາບປະກອບ / AFP/TTXVN)

ຕາມ SOHR ແລ້ວ, ປະຊາຊົນປະມານ 7.000 ຄົນໄດ້ກັບຄືນບັນດາເທດສະບານ, ໝູ່ບ້ານ ນັບແຕ່ເມື່ອຂໍ້ຕົກລົງບັນລຸໄດ້ໃນວັນທີ 17 ກັນຍາ, ພິເສດແມ່ນຢູ່ເຂດຕາເວັນອອກສ່ຽງໃຕ້ Idlib ແລະ ທາງທິດເໜືອ Hama.

       ຕາມຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມຢູ່ນະຄອນ Sochi (ລັດເຊຍ) ໃນວັນທີ 17 ກັນຍາ ລະຫວ່າງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin, 2 ປະເທດຈະສົມທົບກັນລາດຕະເວນເຂດປອດການທະຫານຢູ່ Idlib “ແນໃສ່ສະກັດກັ້ນການເກາະຜິດຈາກຝ່າຍທີ 3”, ພ້ອມທັງ ຕວກກີ ຈະເພີ່ມທະວີບັນດາຄ້າຍຕິດຕາມກວດກາໃນເຂດປອດການທະຫານ. ພ້ອມກັນນັ້ນ, ອານກາຣາ ແລະ ມົດສະກູ ກໍ່ເຫັນດີເປັນເອກະພາບປັດເຂ່ຍບັນດາກຸ່ມຫົວຮຸນແຮງອອກຈາກ Idlib ຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ