ປະຊາຊົນ ສ. ໂດມີນີກັນ ເຊີດຊູປະທານໂຮ່ຈີມິນ

(VOVWORLD) - ໂດຍໄດ້ຮັບການຈັດຕັ້ງໃນສະໜາມຫຼວງທີ່ມີຊື່ລຸງໂຮ່ຢູ່ເມືອງ ດົງ ຂອງນະຄອນຫຼວງ Santo Domingo, ກໍ່ແມ່ນບ່ອນຕັ້ງຮູບປັ້ນທອງຂອງປະທານໂຮ່ຈີມິນ

ເນື່ອງໃນໂອກາດການຢ້ຽມຢາມ ສ. ໂດມີນີກັນ ຢ່າງເປັນທາງການຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ນຳໜ້າ, ພັກຂະບວນການຝ່າຍຊ້າຍເອກະພາບ (MIU) ຂອງ ສ. ໂດມີນີກັນ ໄດ້ຈັດຕັ້ງການເຄື່ອນໄຫວມະຫາຊົນເຊີດຊູປະທານ ໂຮ່ຈີມິນ.

        ໂດຍໄດ້ຮັບການຈັດຕັ້ງໃນສະໜາມຫຼວງທີ່ມີຊື່ລຸງໂຮ່ຢູ່ເມືອງ ດົງ ຂອງນະຄອນຫຼວງ Santo Domingo, ກໍ່ແມ່ນບ່ອນຕັ້ງຮູບປັ້ນທອງຂອງປະທານໂຮ່ຈີມິນ, ການເຄື່ອນໄຫວນີ້ໄດ້ດຶງດູດການນຳເຂົ້າຮ່ວມຫຼາຍຄົນ ແລະ ບັນດານັກເຄື່ອນໄຫວການເມືອງ - ສັງຄົມຂອງ ສ. ໂດມີນີກັນ, ບັນດານັກການທູດຂອງຫຼາຍປະເທດ ອາເມລິກາລາຕິນ ແລະ ສະມາຊິກພັກ, ມະຫາຊົນທີ່ສະໜັບສະໜູນ MIU ປະມານ 500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ