ປະຊາຊົນບັນດາເຜົ່າຢູ່ໄຕງວຽນມີການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາປະເທດຊາດ

ປະຊາຊົນບັນດາເຜົ່າຢູ່ໄຕງວຽນມີການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາປະເທດຊາດ - ảnh 1
ທ່ານ ຫງວຽນທ້ຽນເຍີນເຮັດວຽກຢູ່ໄຕງວຽນ

(vovworld) – ​ ບັນດາ​ແຂວງ ​ໄຕ​ງວຽນ ມີ​ຜູ້ດີ​ເດັ່ນ, ມີ​ອິດ​ທິພົນ​ຊື່​ສຽງກ່ວາ 5.000 ຄົນ. ນີ້​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ເຜີຍ​ແຜ່, ​ໂຄສະນາ ​ແລະ ປະຕິບັດ​ບັນດາ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ສາມັກ​ຄີ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ພັດທະນາ​ເສດຖະກິດ - ສັງຄົມ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ພົບ​ປະ, ​ແລກປ່ຽນ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຜູ້​ມີ​ອິດ​ທິພົນ​ຊື່​ສຽງກ່ວາ 40 ຄົນ​ຂອງ 5​ແຂວງ​ເຂດ ​ໄຕ​ງວຽນ, ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8, ທ່ານ​ປະທານ​ຄະ​ນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ຢັ້ງຢືນ​ວ່າ:

        “ບັນດາ​ຜູ້ດີ​ເດັ່ນ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ມີ​ທ່າ​​ໄດ້​ປຽບແມ່ນ​ບັນດາ​ຜູ້​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​ປະຊາຊົນ ​ຍ້ອນ​ຄອບຄົວ, ຕົນ​ເອງ​ແມ່ນ​ແບບຢ່າງ. ​ແມ່ນ​ບັນ​ດາ​ຜູ​້ສາມາດ​ເວົ້າ ​ແລະ ຟັງ​ດ້ວຍ​ສຽງ​ເວົ້າ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ, ອາດ​ສາມາດ​​ໂອ້​ລົມ​ກັບ​ພໍ່​ແມ່​ປະຊາຊົນ​ດ້ວຍ​ພາສາ​ຂອງ​ຕົນ, ​ເຂົ້າ​ໃຈ​ໄດ້​ປະຫວັດສາດ​ຂອງ​ເຜົ່າ​ຕົນ, ຂອງ​ທ້ອງ​ຖິ່ນ, ອາດ​ຈະ​ໂອ້​ລົມ​ກັບ​ພໍ່​ແມ່​ປະຊາຊົນ​ກ່ຽວ​ກັບ​ອະນາຄົດ​ດ້ວຍ​ບັນດາ​ບົດຮຽນ​ປະຫວັດສາດ​ຂອງ​ບັນດາ​ເຜົ່າ, ບັນດາ​ຜູ້​ມີ​ສະຕິກໍ່​ສ້າງປະຊາ​ຄົມ, ມີ​ຄວາມ​ຮັບຜິດ​ຊອບ​ຕໍ່​ທ້ອງ​ຖິ່ນ ​ແລະ ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ