( ປະຊາຊົນລັດເຊຍ ຊົນເຊີຍໝາກຜົນຂອງການເລືອກຕັ້ງປະທານາທິບໍດີ )
( vovworld ) - ໂດຍສືບຕໍ່ງານໂຮມຊຸມນຸມ ແລະ ງານລາຕີຊົມເຊີຍຜູ້ອອກສະໜັກຮັບເລືອກຕັ້ງທັງເປັນນາຍົກລັດຖະມົນຕີ V.Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ, ຢູ່ທ້ອງຖິ່ນຕ່າງໆຂອງລັດເຊຍ ໄດ້ຈັດພິທີລົງຖະໜົນເພື່ອສະຫຼອງໄຊຊະນະ. ວັນທີ 5/3, ຢູ່ນະຄອນຫຼວງມົດສະກູ, ໄດ້ດຳເນີນງານໂຮມຊຸມນຸມສະໜັບສະໜູນທ່ານ Putin. ແລະກໍໃນວັນດຽວກັນ, ຢູ່ Vladivostok ແລະ ນະຄອນຕ່າງໆເຂດ Sibir ໄດ້ດຳເນີນງານໂຮມຊຸມນຸມ, ສະແດງດົນຕີ ແລະ ຍິງບັ້ງໄພດອກຊົມເຊີຍຜົນສຳເລັດຂອງການເລືອກຕັ້ງປະທານາທິບໍດີ. ໃນຖະແຫຼງການເມື່ອວັນທີ 5/3, ກຸ່ມນັກສັງເກດການເອກະລາດສາກົນໄດ້ຢືນຢັນວ່າ ລັດເຊຍເຄົາລົບບັນດາຫຼັກການເລືອກຕັ້ງຢ່າງເປີດເຜີຍ, ຍຸດຕິທຳ ແລະ ກະຈ່າງແຈ້ງ, ສອດຄ່ອງກັບມາດຕະຖານສາກົນ. ການນຳຫຼາຍປະເທດຢູ່ໂລກ, ໃນນັ້ນມີຈີນ, ຍີ່ປຸ່ນ, Armenia ໄດ້ສົ່ງສານຊົມເຊີຍເຖິງທ່ານ Putin.