ປະຊາຊົນໄທສະຫນັບສະຫນູນອຳນາດການປົກຄອງກອງທັບ

ປະຊາຊົນໄທສະຫນັບສະຫນູນອຳນາດການປົກຄອງກອງທັບ - ảnh 1
ພາບປະກອບ:internet


(vovworld)- ໝາກຜົນ​ແຫ່ງ​ການ​ສຳ​ຫລວດ​ຈາກຫາງ​ສຽງ ປະກາດ​ໃນ​ວັນ​ທີ 22/6 ​ໃຫ້​ເຫັນ​ວ່າ: ອຳນາດ​ການ​ປົກຄອງ​ກອງທັບ​ໄທ ຍາດ​ໄດ້​ການ​ສະຫນັບສະຫນູນ​ສູງ​ຈາກປະຊາຊົນ ພາຍຫລັງ​ບໍ​ລິ​ຫານ​ປະ​ເທດ​ຊາດ​ມາ​ເປັນ​ເວລາ 1 ​ເດືອນ. ຕາມ​ການ​ສຳ​ຫລວດ​ທີ່​ດຳ​ເນີນ​ໄປ​ແຕ່​ວັນ​ທີ 17-21/6, ສະ​ເລ່ຍ​ໃນ​ຈຳນວນ 10 ຄົນ​ຖືກ​ຖາມ ມີ 8 ຄົນ​ສະຫນັບສະຫນູນ​ວິທີ​ບໍລິຫານ​ຂອງ​ສະພາ​ສັນຕິພາບ ​ແລະ ຮັກສາຄວາມ​​ເປັນ​ລະບຽບ​ຮຽບຮ້ອຍແຫ່ງ​ຊາດ ​(NCPO) ໃນ​ຫນຶ່ງ​ເດືອນ​ຜ່ານ​ມາ, ປະ​ເທດ​ຊາດ​ໄດ້​ກັບ​ຄືນ​ສູ່​ຄວາມ​ສັນຕິພາບ ​ແລະ ບໍ່​ເກີດ​ການ​ປະ​ທະ​ກັນ. 65% ຜູ້​ຖືກ​ຖາມ​ປາດ​ຖະຫນາ​ວ່າ NCPO ສືບ​ຕໍ່​ກຳ​ອຳນາດ​ຈົນ​ເຖິງ​ເມື່ອ​ປະ​ເທດ​ຊາດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​ຢ່າງ​ສິ້ນ​ເຊິ​ງ.

 

ຂ່າວ/ບົດ​ອື່ນ