ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ

(VOVWORLD) - ຕອນບ່າຍວັນທີ 21 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໄດ້ປະດັບຫຼຽນໄຊມິດຕະພາບຂອງ ຫວຽດນາມ ໃຫ້ທ່ານປະລິນຍາເອກ Shin Young-soo, 
ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ - ảnh 1 ທ່ານນາງ ຫງວຽນທິກິມຕ໊ຽນ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ທ່ານປະລິນຍາເອກ Shin Young-soo (ພາບ: Infonet)

ຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ ຍ້ອນໄດ້ມີການປະກອບສ່ວນຫລາຍຢ່າງເຂົ້າໃນການພັດທະນາຂອງຂະແໜງສາທາລະນະສຸກ ຫວຽດນາມ. ຫຼຽນໄຊມິດຕະພາບແມ່ນລາງວັນອັນສູງສົ່ງທີ່ສຸດຂອງປະເທດ ສສ.ຫວຽດນາມ ທີ່ມອບໃຫ້ບັນດາບຸກຄົນ ຫຼື ອົງການຈັດຕັ້ງຕ່າງປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ, ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບບັນດາອົງການຈັດຕັ້ງຕ່າງປະເທດ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໊ຽນ ເນັ້ນໜັກວ່າ ໃນຕະຫລອດ 10 ປີ, ດ້ວຍບົດບາດເປັນຜູ້ອຳນວຍການພາກພື້ນປາຊີຟິກຕາເວັນຕົກ, ທ່ານປະລິນຍາເອກ Shin Young-soo ໄດ້ສວມບົດບາດສຳຄັນ, ຍາມໃດກໍ່ຮ່ວມມືກັບລັດຖະບານ ຫວຽດນາມ ເພື່ອຍົກອອກວິໄສທັດລະດັບຊາດໃນການຮັກສາສຸຂະພາບໃຫ້ທົ່ວປວງຊົນ. ທ່ານ Shin Young-soo ໄດ້ໜູນຊ່ວຍ, ໃຫ້ຄຳປຶກສາເພື່ອໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສ້າງນະໂຍບາຍປ່ຽນແປງໃໝ່ລະບົບສາທາລະນະສຸກ ຫວຽດນາມ ຄືເອົາໃຈໃສ່ຮັກສາສຸຂະພາບໃນເບື້ອງຕົ້ນ, ເພີ່ມທະວີການແພດຢູ່ຂັ້ນຮາກຖານ, ພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງການແພດ ແລະ ຄຸ້ມຄອງກົນໄກເປັນເຈົ້າຕົນເອງຢູ່ບັນດາຮາກຖານ, ໂຮງໝໍພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ