ປະຕິກິລິຍະຂອງຫວຽດນາມຕໍ່ເລື່ອງຈີນປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມທາງທະເລສະບັບປັບປຸງຢ່າງເປັນທາງການ

(VOVWORLD) -ຫວຽດນາມ ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການທີ່ເໝາະສົມກັບກົດໝາຍສາກົນເພື່ອປະຕິບັດ, ປົກປັກຮັກສາອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ
ປະຕິກິລິຍະຂອງຫວຽດນາມຕໍ່ເລື່ອງຈີນປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມທາງທະເລສະບັບປັບປຸງຢ່າງເປັນທາງການ - ảnh 1(ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ)

ວັນທີ 01 ກັນຍາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມທາງທະເລສະບັບປັບປຸງຢ່າງເປັນທາງການ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ບັນດາປະເທດຄວນປະຕິບັດຢ່າງເຂັ້ມງວດບັນດາສົນທິສັນຍາສາກົນເຊິ່ງເປັນສະມາຊິກ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS) ເຊິ່ງເປັນຂອບເຂດນິຕິກຳໃຫ້ແກ່ທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ, ເມື່ອປະກາດໃຊ້ບັນດາເອກະສານ, ກົດໝາຍພາຍໃນກ່ຽວຂ້ອງເຖິງທະເລ.

        ຫວຽດນາມ ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການທີ່ເໝາະສົມກັບກົດໝາຍສາກົນເພື່ອປະຕິບັດ, ປົກປັກຮັກສາອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ; ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ບັນດາເຂດທະເລຂອງຕົນ ເຊິ່ງໄດ້ກຳນົດຖືກຕ້ອງຕາມຂໍ້ກຳນົດຊອງ UNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ