ປະຕິກິລິຍາຂອງ ຍີ່ປຸ່ນ ກ່ຽວກັບແຜນການ ສ.ເກົາຫຼີ ຈັດສົ່ງທູດພິເສດໄປຍັງ ສປປ.ເກົາຫຼີ

(VOVWORLD) -ວັນທີ 02 ມີນາ, ທ່ານຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga ເນັ້ນໜັກວ່າ ປະເທດນີ້ ຈະຮັກສາການສົມທົບກັບ ສ.ເກົາຫຼີ ແລະ ອາເມລິກາ ໃນບັນຫາ ສປປ.ເກົາຫຼີ, ໃນສະພາວະ ເຊີອູນ ມີແຜນການຈັດສົ່ງທູດພິເສດໄປຍັງ ພຽງຢາງ ເພື່ອເຈລະຈາໃນອະນາຄົດໃກ້ໆນີ້.
ປະຕິກິລິຍາຂອງ ຍີ່ປຸ່ນ ກ່ຽວກັບແຜນການ ສ.ເກົາຫຼີ ຈັດສົ່ງທູດພິເສດໄປຍັງ ສປປ.ເກົາຫຼີ - ảnh 1 ທ່ານຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga ພາບ: EPA/TTXVN 

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Suga ຊີ້ແຈ້ງວ່າ: “ຍີ່ປຸ່ນ ຢາກສົມທົບກັບ ອາເມລິກາ ແລະ ສ.ເກົາຫຼີ ກ່ຽວກັບນະໂຍບາຍສຳລັບ ສປປ.ເກົາຫຼີ ພ້ອມທັງ ເພີ່ມກຳລັງກົດດັນຕໍ່ ສປປ.ເກົາຫຼີ ຈົນຮອດຍາມໃດ ພຽງຢາງ ປ່ຽນນະໂຍບາຍກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ”. ທ່ານ Suga ຢັ້ງຢືນວ່າ: “ບໍ່ມີການປ່ຽນແປງໃດໆ” ໃນຫຼັກໝັ້ນນີ້ຂອງ ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະ “ແບ່ງປັນຂໍ້ມູນຂ່າວກັບ ສ.ເກົາຫຼີ ແລະ ອາເມລິກາ” ກ່ຽວກັບແຜນການຈັດສົ່ງທູດພິເສດໄປຍັງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ