​ປະ​ຕິ​ກິ​ລິ​ຍາ​ຂອງ ສ​ປ​ປ.ເກົາຫຼີ​ຕໍ່​ເລື່ອງ ສ​ປ​ຊ ກ່າວ​ປະ​ນາມ ປະ​ເທດ​ນີ້​ຍິງ​ລູກ​ສອນ​ໄຟຂ້າມ​ທະ​ວີບ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຖືວ່າ ທ່ານ Antonio Guterres ໄດ້ປະລະບັນດາເປົ້າໝາຍ ແລະ ຫຼັກການຂອງ ກົດບັດ ສປຊ ກໍ່ຄືພາລະກິດຮັກສາບັນດາຫຼັກການສະເໝີພາບ, ພາວະວິໄສໃນການແກ້ໄຂວຽກງານສາກົນ.
​ປະ​ຕິ​ກິ​ລິ​ຍາ​ຂອງ ສ​ປ​ປ.ເກົາຫຼີ​ຕໍ່​ເລື່ອງ ສ​ປ​ຊ ກ່າວ​ປະ​ນາມ ປະ​ເທດ​ນີ້​ຍິງ​ລູກ​ສອນ​ໄຟຂ້າມ​ທະ​ວີບ - ảnh 1ເຫດຍິງລູກສອນໄພຂ້າມທະວີບຂອງ ສປປ.ເກົາຫຼີ (ພາບ: KCNA/Reuters)

ວັນທີ 21 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ໄດ້ສະແດງທ່າທີບໍ່ເພິ່ງພໍໃຈ ຕໍ່ເລື່ອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວປະນາມເລື່ອງ ສປປ.ເກົາຫຼີ ຍິງທົດລອງລູກສອນໄພນຳວິຖີຂ້າມທະວີບໃນອາທິດກ່ອນ, ພ້ອມທັງກ່າວຫາທ່ານ Antonio Guterres ໄດ້ຢືນຢູ່ຂ້າງຝ່າຍອາເມລິກາ. ໃນຖະແຫຼງການສະບັບໜຶ່ງ ຢູ່ຂ່າວສານສູນກາງ ສປປ.ເກົາຫຼີ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ໄດ້ເນັ້ນໜັກເຖິງເລື່ອງ ສປປ.ເກົາຫຼີ ພັດທະນາອາວຸດນິວເຄຼຍເພື່ອປ້ອງກັນຕົນເອງ ແລະ ຖືວ່າ ທ່ານເລຂາທິການໃຫຍ່ ສປຊ ແມ່ນສະມາຊິກຄົນໜຶ່ງຂອງ ທຳນຽບຂາວ ແລະ ລັດຖະບານ ອາເມລິກາ.

ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຖືວ່າ ທ່ານ Antonio Guterres ໄດ້ປະລະບັນດາເປົ້າໝາຍ ແລະ ຫຼັກການຂອງ ກົດບັດ ສປຊ ກໍ່ຄືພາລະກິດຮັກສາບັນດາຫຼັກການສະເໝີພາບ, ພາວະວິໄສໃນການແກ້ໄຂວຽກງານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ