ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການຍິງລູກສອນໄຟຂອງ ສປປ ເກົາຫຼີ

(VOVWORLD) - ຫວຽດນາມ ມີຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017
ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການຍິງລູກສອນໄຟຂອງ ສປປ ເກົາຫຼີ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ວັນທີ 17 ກັນຍາ 2017, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເຫດການ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ມີຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017, ຊຶ່ງໄດ້ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ຢ່າງໜັກ, ກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ. ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍສະໜັບສະໜູນທຸກໆຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີ; ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງເຂັ້ມງວດ ແລະ ມີບັນດາການກະທຳມີລັກສະນະສ້າງສັນ, ແທດຈິງ, ປະກອບສ່ວນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ