ປະຕິກິລິຍາຂອງ ອີຣານ ພາຍຫລັງເຫດຈູດທຳລາຍສະຖານກົງສູນຢູ່ ອີຣັກ

(VOVWORLD) - ວັນທີ 08 ກັນຍາ, ກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ອີຣັກ ປະຈຳ Tehran Rajeh al-Musawi ເພື່ອແລກປ່ຽນກ່ຽວກັບເຫດຈູດທຳລາຍສະຖານກົງສູນ ອີຣານ ຢູ່ແຂວງ Basra ທາງພາກໃຕ້ ອີຣັກ.

ກະຊວງການຕ່າງປະເທດ ອີຣານ ໄດ້ກ່າວຜູກໂທດບັນດາກຳລັງປ້ອງກັນຄວາມສະຫງົບປະຈຳຖິ່ນວ່າ ແມ່ນ “ບໍ່ຕັ້ງໃຈແຊກແຂງ ເພື່ອປ້ອງກັນສະຖານກົງສູນ ອີຣານ”. ກະຊວງການຕ່າງປະເທດ ອີຣານ ກໍ່ຮຽກຮ້ອງທ່ານເອກອັກຄະລັດຖະທູດ ອີຣັກ ຖ່າຍທອດຄືນການຕຳໜິຕິຕຽນຂອງຝ່າຍ Tehran ກັບ ລັດຖະບານ ອີຣັກ, ພ້ອມທັງ ສະເໜີ Baghdad ອະທິບາຍກ່ຽວກັບເຫດການນີ້.

        ກ່ອນໜ້ານັ້ນ, ວັນທີ 07 ກັນຍາ, ຜູ້ແຫ່ຂະບວນປະທ້ວງ ອີຣັກ ຫລາຍຄົນ ໄດ້ບຸກເຂົ້າຈຸດທຳລາຍອາຄານສະຖານກົງສູນ ອີຣານ ທີ່ຕັ້ງຢູ່ນະຄອນ Basra ຂຶ້ນກັບແຂວງ Basra.

 

ຕອບກັບ

ຂ່າວ/ບົດ​ອື່ນ