ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງອາເມລິກາ ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບວິສາຫະກິດສົ່ງອອກກຸ້ງຫວຽດນາມ

ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງອາເມລິກາ ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບວິສາຫະກິດສົ່ງອອກກຸ້ງຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 27/09, ​ເມື່ອ​ຕອບ​ຕຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິ​ລະ​ຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ອາ​ເມລິ​ກາ ຈັດ​ວາງ​ພາສີ​ຕ້ານ​ຂາຍ​ບຸບລາຄາ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງຂອງ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ.

        “​ເລື່ອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ ຈັດ​ວາງ​ພາສີ​ຕ້ານ​ຂາຍ​ບຸບ​ລາຄາສຳລັບ​ບັນດາ​ວິ​ສາ​ຫະກິ​ດສົ່ງ​ອອກ​ກຸ້ງຂອງ​ຫວຽດນາມ ​ແມ່ນ​ບໍ່​ມີ​ຄວາມ​ຍຸຕິ​ທຳ​, ​ໄປ​ຝືນ​ກັບ​ຄວາມເສລີ​ດ້ານການ​ຄ້າ ກໍ່​ຄື​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ລະຫວ່າງ 2 ປະ​ເທດ, ບໍ່​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ

        ພວກ​ຂ້າພະ​ເຈົ້າຢືນຢັນ​ວ່າ ບັນດາ​ບໍລິສັດ​ຂອງ​ຫວຽດນາມ ບໍ່​ຂາຍ​ບຸບ​ລາຄາ​ຜະລິດ​ຕະພັນ​ກຸ້ງ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ, ບໍ​່ກໍ່ຄວາມ​ເສຍ​ຫາຍ ​ແລະ ນາບ​ຂູ່​ກໍ່​ຄວາມເສຍ​ຫາຍ​ດ້ານ​ວັດຖຸ​ໃຫ້​​ແກ່ຂະ​ແໜງ​ອຸດສາຫະກຳ​ກຸ້​ງ ອາ​ເມ​ລິ​ກາ.

        ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ຕ້ອງ​ໄດ້​ຮັບ​ການພິຈາລະນາ​ຢ່າງ​ພາວະ​ວິ​ໄສ, ຍຸຕິ​ທຳ, ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ສິດ​ເປັນ​ທຳ​ຂອງ​ຜູ້​ລ້ຽງ, ປູກ, ຜະລິດ, ປຸ່ງ​ແຕ່ງ ​ແລະ ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ກໍ່​ຄື​ຜົນ​ສະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ ​ແລະ ບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ, ​ແຈກ​ຢາຍ​ກຸ້ງ​ອາ​ເມ​ລິ​ກາ”.

ຂ່າວ/ບົດ​ອື່ນ