ປະຕິກິລີຍາຂອງຫວຽດນາມກ່ຽວກັບຮູບຖ່່າຍຂອງອົງການຂໍ້ລິເລີ່ມໂປ່ງໃສການເດີນທະເລອາຊີ
ທ່ານເລຫາຍບີງ ໂຄສົກກະຊວງການຕ່າງປະເທດຫວຽດນາມ |
(vovworld)- ວັນທີ 16/12, ຕອບຄຳຖານຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລີຍາຂອງຫວຽດນາມກ່ຽວກັບຮູບຖ່າຍຜ່ານດາວທຽມຂອງອົງການຂໍ້ລິເລີ່ມໂປ່ງໃສການເດີນທະເລອາຊີ ທີ່ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ CSIS ໄດ້ສະແດງໃຫ້ເຫັນວ່າ ເບິ່ງຄືວ່າ ຈີນໄດ້ຜັນຂະຫຍາຍລະບົບອາວຸດຢູ່ 7ໂຄງສ້າງພູມ ສາດຢູ່ທະເລຕາເວັນອອກ. ທ່ານເລຫາຍບີງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ : ຫວຽດນາມມີຄວາມວິຕົກກັງວົນທີ່ສຸດຕໍ່ໜ້າຂ່າວຄາວດັ່ງກ່າວ, ຫວຽດນາມມີພື້ນຖານດ້ານນິຕິທຳຢ່າງຄົບຖ້ວນ ແລະ ຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາຂອງຫວຽດນາມ. ຫວຽດນາມຄັດຄ້ານທຸກການເຄື່ອນໄຫວລວງລ້ຳອະທິປະໄຕຂອງຫວຽດນາມ, ຄັດຄ້ານບັນດາການເຄື່ອນໄຫວການທະຫານ, ນາບຂູ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະ ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.