ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງສປປເກົາຫຼີດຳເນີນການທົດລອງນິວຄະເລຍ

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງສປປເກົາຫຼີດຳເນີນການທົດລອງນິວຄະເລຍ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ


(vovworld) - ວັນທີ 10/9/2016, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບປະຕິກິລິຍາ​ຂອງ​ຫວຽດນາມ​ຕໍ່​ເລື່ອງວັນ​ທີ 9/9/2016, ສປປ​ເກົາຫຼີ​ດຳ​ເນີນ​ການ​ຍິງທົດ​ລອງ​ນິວຄະ​ເລຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ, ຊີ້​ແຈ້ງວ່າ:

        “ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ​ ແມ່ນສະໜັບສະໜູນ​ການ​ປອດ​ນິວຄະ​ເລຍ​ຢູ່​ແຫຼມ​ເກົາຫຼີ, ສະໜັບສະໜູນ​ເລື່ອງ​ຫ້າມ​ທົດ​ລອງ​ນິວຄະ​ເລຍ​ຢ່າງຮອບດ້ານ, ບໍ່​ເຜີນ​ແຜ່​ນິວຄະ​ເລຍ ​ແລະ ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ອາວຸດ​ປະ​ເພດ​ນີ້.

ຫວຽດນາມ​ວິຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ ສປປ​ເກົາຫຼີ​ ດຳ​ເນີນ​ການ​ທົດ​ລອງ​ນິວຄະ​ເລຍ​ໃນ​ຕອນ​ເຊົ້າ​ວັນ​ທີ 9/9/2016, ນີ້​ແມ່ນ​ການລະ​ເມີດ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ຢ່າງ​ຮ້າຍ​ແຮງ, ​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່​ສັນຕິພາບ,​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

ຫວຽດນາມ ຮຽກຮ້ອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດ​ບັນດາ​ມະຕິຂອງ​ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດຢ່າງ​ເຂັ້ມ​ງວດ, ​ແລະ ມີ​ບັນດາ​ການ​ກະທຳ​ທີ່​ແທດ​ຈິງ, ​ເພື່ອ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ“.

 

ຂ່າວ/ບົດ​ອື່ນ