ປະຕິກິລາຍາທີ່ແຕກຕ່າງ ກັນຂອງປະຊາຄົມໂລກ ຕໍ່ສະພາບການຢູ່ຊີຣີ

ປະຕິກິລາຍາທີ່ແຕກຕ່າງ ກັນຂອງປະຊາຄົມໂລກ ຕໍ່ສະພາບການຢູ່ຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣິ

(ພາບ:tinmoi.vn)

(vovworld)-​​​​ປະຊາ​ຄົມ​ໂລກ​ສືບ​ຕໍ່​ມີ​ປະຕິກິລິຍາ​ທີ່​ແຕກ​ຕ່າງ​ກັນ​ຕໍ່​ບົດ​ກ່າວ​ປາ​ໄສ​ເມື່ອ​ວັນ​ທີ 31/8 ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກ່ຽວ​ກັບ​ຄວາມ​ສາມາດ​ຊອກ​ຫາການ​ສະໜັບສະໜູນ​ຂອງ​ສະພາ​ແຫ່ງຊາດ​ອາ​ເມ​ລິ​ກາ ​ເພື່ອ​ບຸກ​ໂຈມ​ຕີ​ຊີຣີ. ຝະລັ່ງ, ອິດ​ສະ​ລາແອນ ​ແລະ ຕວກກີ ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈຊຸກຍູ້​ການ​ກະທຳ​ດ້ານ​ການ​ທະຫານ​ຕ້ານ​ຄືນ​ຊີຣີ. ຢູ່​ເອີ​ລົບ, ບາງປະ​ເທດສະມາຊິກ​ອີ​ຢູຄື​ອິຕາ​ລີ, ​ເກຼກ ​ໄດ້​ກ່າວ​ເຕືອນ​ວ່າ​ຈະ​ຄັດຄ້ານ​ທຸກໆ​ການ​ກະທຳ​ດ້ານ​ການ​ທະຫານ. ຢູ່ປະ​ເທດ​ອັງກິດ ຊື່​ງ​ແມ່ນ​ພັດ​ທະ​ມິດ​ອັນ​ສະໜິດສະໜົມ​ຂອງ​ອາ​ເມລິກາ, ສະພາ​ແຫ່ງ​ຊາດ​ອັງກິດ​ໄດ້​ປ່ອນ​ບັດ​ປະຕິ​ເສດ​ຂໍ້​ສະ​ເໜີ​ເຂົ້າຮ່ວມ​ການ​ສູ້​ຮົບ​ຂອງ​ທ່ານ​ນາຍົກລັດຖະມົ​ນ​ຕີ David Cameron. ທ່ານ​ນາງ​ຍາ​ຍົກ​ລັດຖະມົນຕີ​ເຢຍລະ​ມັນ Angela Merkel  ​ແລະ ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin ລ້ວນ​ແຕ່​ຖື​ວ່າ: ວິ​ກິດ​ການ​ຢູ່​ຊີຣີ ຈະ​ສາມາດ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ບັນດາ​ມາດ​ຕະການ​ການ​ເມືອງ ຜ່ານ​ສະພາ​ຄວາມໝັນຄົງ ສປຊ ​ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ຊຸກຍູ້​ບັນດາ​ນັກ​ສັງ​ເກດ​ການ​ອາວຸດ​ເຄມີ ສປຊ ຈົ່ງ​ຍົກ​ອອກ​ໝາກຜົນ​ການ​ສືບສວນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່​ຊີຣີ ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ