ປະຕິບັດກົດໝາຍຮັກສາສິ່ງແວດລ້ອມເປັນຢ່າງດີເພື່ອປົກປັກຮັກສາຊີວິດການເປັນຢູ່ຂອງປະຊາຊົນ
ກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດຂອງ
ລັດຖະບານກ່ຽວກັບວຽກງານ ຮັກສາສິ່ງແວດລ້ອມ
(vovworld) - ປະຕິບັດກົດໝາຍຮັກສາສິ່ງແວດລ້ອມເປັນຢ່າງດີ ເພື່ອ ປົກປັກຮັກສາຊີວິດການເປັນຢູ່ຂອງປະຊາຊົນ. ນັ້ນແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດຂອງລັດຖະບານກ່ຽວກັບວຽກງານຮັກສາສິ່ງແວດລ້ອມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 24/08 ທີ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ສະພາບມົນລະພິດສິ່ງແວດລ້ອມ, ການລະເມີດກົດໝາຍກ່ຽວກັບການຮັກສາສິ່ງແວດລ້ອມໄດ້ເກີດຂຶ້ນໄປຢ່າງຮ້າຍແຮງ, ມີຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ກໍ່ຄວາມຂາດສະຖຽນລະພາບໃນສັງຄົມ. ທ່ານນາຍົກລັດຖະມົນຕີ ກໍ່ຖືວ່າ: ທຸກຂັ້ນ, ທຸກຂະແໜງການຕ້ອງປ່ຽນແປງຈິນຕະນາການໃນການພັດທະນາຕາມທິດເຕີບໂຕເສດຖະກິດ, ຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງ. ທີ່ກອງປະຊຸມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີວິທີປະຕິບັດໃຫ້ເໝາະສົມກ່ວາ, ກຳຈັດສະພາບເກີດມົນລະພິດສິ່ງແວດລ້ອມໃນເບື້ອງຕົ້ນ. ທ່ານນາຍົກລັດຖະມົນຕີກໍ່ຍົກໃຫ້ເຫັນ ສິ່ງທ້າທາຍ ຄວາມຫຍຸ້ງຍາກໃນວຽກງານ ຮັກສາສິ່ງແວດລ້ອມ ເມື່ອ ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີຫລາຍບັນຫາໄດ້ວາງອອກກ່ຽວກັບຄ່າໃຊ້ຈ່າຍ, ເຕັກໂນໂລຢີ, ຊອກຫາຫຼັກການສົມທົບກັບລະຫວ່າງບັນຫາສິ່ງແວດລ້ອມກັບການພັດທະນາ ໃຫ້ເໝາະສົມທີ່ສຸດ.ທ່ານນາຍົກລັດຖະມົນຕີກ່າວວ່າ : (ເທບ)
“ ບໍ່ດຶງດູດການລົງທຶນດ້ວຍທຸກວິທີທາງ, ເອົາໃຈໃສ່ມາດຖານສິ່ງແວດລ້ອມໃນການເລືອກເຟັ້ນໂຄງການລົງທຶນ. ເດັດດຽວບໍ່ເພື່ອການເຕີບໂຕເສດຖະກິດ ທີ່ນຳໄປແລກເອົາສິ່ງແວດລ້ອມ. ຂ້າພະເຈົ້າເນັ້ນໜັກຄືນວ່າ ບໍ່ອະນຸຍາດໃຫ້ລົງທຶນສຳລັບບັນດາໂຄງການ, ຮູບແບບການຜະລິດທີ່ກໍ່ມົນລະພິດສິ່ງແວດລ້ອມ, ເຕັກໂນໂລຢີຜະລິດທີ່ຫຼ້າຫຼັງ ”