ປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດມຸ່ງໄປເຖິງການພັດທະນາແບບຍືນຍົງ

(vovworld) - ວັນ​ທີ 21/11, ຢູ່ ນະຄອນ Vung Tau ​ແຂວງ Ba Ria -Vung Tau, ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ປະຕິບັດ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ​ຂອງ​ວິ​ສາ​ຫະກິດ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ”. ນີ້​ແມ່ນ​ສ່ວນ​ຫນຶ່ງ​ໃນ​ໂຄງການ​ຫນູນ​ຊ່ວຍບັນດາ​ວິ​ສາ​ຫະກິດ ຂະຫນາດ​ກາງ ​ແລະ ນ້ອຍ ຫວຽດນາມ ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ປະຕິບັດ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ​ (CSR) ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ດ້ວຍ​ລະບົບ​ສະຫນອງ​ທົ່ວ​ໂລກ​ໃນການ​ຜະລິດ​ແບບ​ຍືນ​ຍົງ ​ໂດຍ​ສະຫະພາບ​ເອີ​ລົບ ອຸປະຖຳ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ​ບັນດາ​ວິ​ສາ​ຫະກິດ ​ແລະ ຜູ້​ຊ່ຽວຊານ​ຂອງ​ໂຄງການ ພ້ອມ​ກັນ​ຊອກ​ຮູ້,​​ ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ ການປະຕິບັດ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ​ ​ແລະ ຄວາມ​ຮັບ​ຜິດ​ຊອບຂອງ​ວິ​ສາ​ຫະກິດ​ປະຈຸ​ບັນ, ນຳ​ໃຊ້​ປັດ​​​​ໃຈ​ມູນ​ເຊື້ອ ​ແລະ ວັດທະນະທຳ​​ໃນ​ການ​ປະດິດ​ສ້າງ ປ່ຽນ​ໃຫມ່​ຜະລິດ​ຕະພັນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ