ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
(ພາບ: Đức Tám/TTXVN)
|
(vovworld) – ຕອນບ່າຍວັນທີ 30/3, ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳລະຫວ່າງກະຊວງກ່ຽວກັບການສົມທົບກັນໃນການຄຸ້ມຄອງ ແລະ ບໍລິຫານເສດຖະກິດມະຫາພາກໃນໄຕມາດທີ 1 ປີ 2015, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ຄວາມເປັນປົກກະຕິຂອງເສດຖະກິດມະຫາພາກ ມີຄວາມໝາຍສຳຄັນທີ່ສຸດ ສຳລັບການພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ການປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃນປີ 2015 ຢ່າງມີໄຊ ອາດຈະເປັນໄປໄດ້, ໃນນັ້ນມີຄາດໝາຍລະດັບການເຕີບໂຕບັນລຸ 6,2%; ການສົ່ງອອກເພີ່ມຂຶ້ນ 10%; ຄວບຄຸມໄພເງິນເຟີ້ເປັນຢ່າງດີ, ຮັກສາອັດຕາແລກປ່ຽນເງິນຕາໄວ້ຢ່າງໝັ້ນຄົງ… ເພື່ອບັນລຸໄດ້ບັນດາຄາດໝາຍທີ່ໄດ້ວາງອອກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ສືບຕໍ່ປະຕິບັດວຽກງານຄາດຄະເນ, ໄຈ້ແຍກ, ຕີລາຄາສະພາບການເປັນຢ່າງດີ ເພື່ອວາງອອກບັນດາມາດຕະການທີ່ມີໄຫວພິບ, ມີປະສິດທິຜົນ; ເປັນເຈົ້າການໃນການສະເໜີກົນໄກ, ນະໂຍຍາຍພັດທະນາ. ໄປຄຽງຄູ່ກັນນັ້ນ, ແມ່ນການຄວບຄຸມການນຳເຂົ້າເປັນຢ່າງດີ; ສືບຕໍ່ຮັກສາອັດຕາແລກປ່ຽນເງິນຕາເປັນປົກກະຕິ; ສົມທົບກັນລະຫວ່າງນະໂຍຍາຍປີການເງິນ ແລະ ເງິນຕາໃນການບໍລິຫານຢ່າງແໜ້ນແຟ້ນ, ຮັບປະກັນໃຫ້ເສດຖະກິດມະຫາພາກເປັນປົກກະຕິ… ນອກນັ້ນ. ສືບຕໍ່ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ສ້າງກົນໄກ, ນະໂຍບາຍໜູນຊ່ວຍທີ່ຈຳເປັນສຳລັບການພັດທະນາກະສິກຳ, ອຸດສາຫະກຳ; ຮັກສາທ່າເຕີບໂຕຂອງອຸດສາຫະກຳ. ພ້ອມທັງເອົາໃຈໃສ່ເຖິງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ເປີດກ້ວາງຕະຫຼາດຈຳໜ່າຍກວ່າອີກ ພິເສດແມ່ນຕະຫຼາດສົ່ງອອກ.