(vovworld) - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າ ໄດ້ຈັດກອງປະຊຸມປະກາດການສະຫຼຸບຂອງຄະນະກວດກາກົມການເມືອງ ກ່ຽວກັບການສືບຕໍ່ຊີ້ນຳ, ນຳພາ ແລະ ຈັດຕັ້ງປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ແລະ ໝາກຜົນການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ກ່ຽວກັບການ “ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸ໋ກ ຮຽກຮ້ອງໃຫ້ຄະນະພັກຄະນະກຳມະການຊົນເຜົ່າ ສືບຕໍ່ຈັດຕັ້ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ແລະ ຄຳສັ່ງ 03 ຢູ່ບັນດາອົງການ ສຳນັກງານໃຫ້ບັນລຸໄດ້ໝາກຜົນ ແລະ ມີປະສິດທິຜົນຢ່າງແທດຈິງ. ຄະນະປະຈຳຄະນະພັກ ເພີ່ມທະວີການກວດກາ, ສືບຕໍ່ແກ້ໄຂຄວາມຈຳກັດ, ຂໍ້ຂາດຕົກບົກພ່ອງຕາມແຜນນະໂຍບາຍມະຕິ ແລະ ຄຳສັ່ງ.ບັນດາອົງການພັກ ແລະ ສະມາຊິກພັກ ຕ້ອງນຳບັນດາມະຕິ, ຄຳສັ່ງຂອງພັກເຂົ້າໃນຊີວິດຕົວຈິງໂດຍໄວ ດ້ວຍວຽກງານລະອຽດ ແລະ ແທດຈິງ.