ປະຕິບັດຫນ້າທີ່ປີ2016ຢ່າງຄົບຊຸດແລະເປັນຢ່າງດີໃນທຸກຂົງເຂດ

ປະຕິບັດຫນ້າທີ່ປີ2016ຢ່າງຄົບຊຸດແລະເປັນຢ່າງດີໃນທຸກຂົງເຂດ - ảnh 1
ການ​ປະ​ຊຸມ​ຂ່າວນັດ​ສາ​ມັນຂອງ ລັດ​ຖະ​ບານ
ພາບ:doisongphapluat


(vovworld)- ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫງວຽນ​ຄັກ​ດີ້ງ, ຮອງ​ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ທີ່​ການ​ປະ​ຊຸມ​ຂ່າວນັດ​ສາ​ມັນຂອງ ລັດ​ຖະ​ບານ ​ໃນ​ຕອນ​ບ່າຍ​ວັນ​ທີ 29/2. ເມື່ອ​ແຈ້ງ​ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ ໃນ​ໄລ​ຍະ 2 ເດືອນ​ຕົ້ນ​ປີ, ທ່ານ​ຮອງ​ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ແລະ ລະ​ບົບ​ການ​ເມືອງ ໄດ້​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ຮີບ​ເຮັ່ງ. ລັດ​ຖະ​ບານ ໄດ້​ປະ​ຕິ​ບັດ​ໂຄງ​ການ, ແຜນ​ການ​ຢ່າງ​ຄົບ​ຊຸດ, ເບິ່ງ​ແຍງ​ດູ​ແລ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

        “ສະ​ພາບ​ການ​ໃນ 2 ເດືອນ​ຜ່ານ​ມາ ມີ​ການ​ຫັນ​ປ່ຽນ​ໃນ​ທຸກ​ຂົງ​ເຂດ. ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ​ດັດ​ຊະ​ນີລາ​ຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ. ການ​ສົ່ງ​ອອກ​ເກີນ​ດຸ່ນ ກວ່າ 860 ລ້ານ USD. ລາຍ​ຮັບ​ງົບ​ປະ​ມານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ການ​ບໍ​ລິ​ການ​ລ້ວນ​ແຕ່​ບັນ​ລຸ​ລະ​ດັບ​ເຕີບ​ໂຕສູງ​ພໍ​ສົມ​ຄວນ. ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ 2 ເດືອນ​ຕົ້ນ​ປີ ເພີ່ມ​ຂື້ນກວ່າ 16%.”

         ກ່ຽວ​ກັບ​ຫນ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ຕາມທ່ານ ຫງວຽນ​ຄັກ​ດີ້ງ ແລ້ວ, ການ​ຄ້າ​ທົ່ວ​ໂລກ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ຫລຸດ​ລົງ, ສ້າງ​ກຳ​ລັງ​ດັນ​ຢ່າງ​ແຮງ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ.  ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ ຕ້ອງ​ຕິດ​ຕາມ, ໄຈ້​ແຍກ​ສະ​ພາບ​ການ​ລະ​ອຽດ, ພະ​ຍາ​ຍາມ​ຍາດ​ເອົາ​ທ່າ​ເປັນ​ເຈົ້າ​ການ​ເພື່ອ​ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລ​ະ​ໂອ​ກາດ. ນອກນັ້ນ ຄວນ​ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ໄພ​ແຫ້ງ​ແລ້ງ​ຢູ່​ພາກ​ກາງ ແລະ ເຂດ​ໄຕ​ງວຽນ.

ຂ່າວ/ບົດ​ອື່ນ