ປະຕິຮູບດ້ານຕຸລະການກ່ຽວກັບການປັບປຸງລະບົບກົດໝາຍອາຍາ,ແພ່ງແມ່ນຄວາມຕ້ອງການຈຳເປັນໃນປະຈຸບັນ
ທ່ານປະທານປະເທດ ເຈືອງເຕີນຊາງກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: Nguyễn Khang – TTXVN)
(vovworld) - ວັນທີ 13/9, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ດຳເນີນວາລະປະຊຸມຄັ້ງທີ 16. ທີ່ການເຮັດວຽກ, ບັນດາສະມາຊິກຂອງຄະນະຊີ້ນຳໄດ້ຮັບຟັງ ແລະ ປະກອບຄຳເຫັນກ່ຽວກັບ: ບົດລາຍງານຂອງໜ່ວຍຄົ້ນຄ້ວາລະຫວ່າງຂະແໜງກ່ຽວກັບໝາກຜົນຂອງການຄົ້ນຄ້ວາ, ສະເໜີເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ບັນດາບົດລາຍງານຂອງຄະນະພະນັກງານພັກ ກະຊວງຍຸຕິທຳ ກ່ຽວກັບບາງເນື້ອໃນພື້ນຖານຂອງການປັບປຸງ, ເພິ່ມເຕີມປະມວນກົດໝາຍອາຍາ ປີ 1999 ແລະ ປະມວນກົດໝາຍແພ່ງປີ 2005. ສະຫລຸບວາລະປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ: ເລື່ອງ ປັບປຸງ, ເພີ່ມເຕີມປະມວນກົດໝາຍ 2 ສະບັບດັ່ງກ່າວແມ່ນຈຳເປັນ. ຈຸດໝາຍ, ທັດສະນະ, ເນື້ອໃນປັບປຸງປະມວນກົດໝາຍ 2 ສະບັບເໝາະສົມກັບແຜນນະໂຍບາຍປັບປຸງກົດໝາຍອາຍາ, ແພ່ງ. ທ່ານປະທານປະເທດ ສະເໜີໃຫ້ຄະນະປະຈຳຄະນະຊີ້ນຳຕ້ອງຮັບເອົາຄຳເຫັນຂອງບັນດາສະມາຊິກຄະນະຊີ້ນຳ, ປັບປຸງ, ເພີ່ມເຕີມ, ໃບສະເໜີ, ລາຍງານໝາກຜົນການຄົ້ນຄ້ວາ, ສະເໜີເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກໃຫ້ຄົບຖ້ວນ.