ປະ​ທັບ​ໃຈ​ກັບ​ງານ​ບຸນ​ໝາກ​​ຖົ່ວ​ລຽນ ກ​ຣົງ​ປັກ ຄັ້ງ​ທີ 2

(VOVWORLD) - ດ້ວຍຫົວຂໍ້ “ໝາກຖົ່ວລຽນ ກຣົງປັກ - ພັດທະນາ ແລະ ເຊື່ອມໂຍງ”, ງານບຸນໝາກຖົ່ວລຽນ ກຣົງປັກ ຄັ້ງທີ 2 ປີ 2024 ຢູ່ແຂວງ ດັກລັກ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 31 ສິງຫາ ແລະ ອັດລົງໃນວັນທີ 2 ກັນຍາ.
ປະ​ທັບ​ໃຈ​ກັບ​ງານ​ບຸນ​ໝາກ​​ຖົ່ວ​ລຽນ ກ​ຣົງ​ປັກ ຄັ້ງ​ທີ 2 - ảnh 1 ໃນພິທີໄຂ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມລາຍການສະແດງສິລະປະກ່ຽວກັບເລື່ອງລາວປະຫວັດສາດແຫ່ງການສ້າງຕັ້ງເມືອງ ກຣົງປັກ ກໍຄື ການກຳເນີດຂອງໝາກຖົ່ວລຽນ (ພາບ: VOV)

ດ້ວຍຫົວຂໍ້ “ໝາກຖົ່ວລຽນ ກຣົງປັກ - ພັດທະນາ ແລະ ເຊື່ອມໂຍງ”, ງານບຸນໝາກຖົ່ວລຽນ ກຣົງປັກ ຄັ້ງທີ 2 ປີ 2024 ຢູ່ແຂວງ ດັກລັກ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 31 ສິງຫາ ແລະ ອັດລົງໃນວັນທີ 2 ກັນຍາ ດ້ວຍຫຼາຍກິດຈະກຳທີ່ນຳມາເຊິ່ງການສຳຜັດທີ່ຈັບອົກຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

     ໃນພິທີໄຂ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມລາຍການສະແດງສິລະປະກ່ຽວກັບເລື່ອງລາວປະຫວັດສາດແຫ່ງການສ້າງຕັ້ງເມືອງ ກຣົງປັກ ກໍຄື ການກຳເນີດຂອງໝາກຖົ່ວລຽນ ໃນດິນແດນແຫ່ງນີ້.

   ເນື່ອງໃນໂອກາດນີ້, ຍັງດຳເນີນບັນດາເຫດການເຊັ່ນ: ການເສັງຊາວກະສິກອນຜະລິດໝາກຖົ່ວລຽນເກັ່ງ; ງານຕະຫຼາດນັດແນະນຳຜະລິດຕະພັນ OCOP ແລະ ກະສິກຳທີ່ມີກຳລັງບົ່ມຊ້ອນຂອງທ້ອງຖິ່ນ; ວັນບຸນວັດທະນະທຳ - ອາຫານການກິນຂອງບັນດາເຜົ່າຢູ່ເມືອງ ກຣົງປັກ; ກອງປະຊຸມສຳມະນາກໍ່ສ້າງ ແລະ ພັດທະນາລະບົບຊີວະພາບໝາກຖົ່ວລຽນ ຍືນຍົງ...

ຕອບກັບ

ຂ່າວ/ບົດ​ອື່ນ