(vovworld) – ເນື່ອງໃນໂອກາດການມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ເປັນເວລາ 2 ວັນ, ຕອນບ່າຍວັນທີ 19/09, ຢູ່ຮ່າໂນ້ຍ, ທ່ານປະທານທະນາຄານພັດທະນາອາຊີ (ADB) Takehiko Nakao ໄດ້ເປັນປະທານການປະຊຸມຂ່າວ, ແຈ້ງໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຮັດວຽກກັບການນຳລັດ, ລັດຖະບານຫວຽດນາມ. ທີ່ການປະຊຸມຂ່າວ ທ່ານ Takehiko Nakao ເນັ້ນໜັກວ່າ, ADB ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ພ້ອມທັງຢືນຢັນການໜູນຊ່ວຍຂອງ ADB ໃນການຍູ້ໄວບັນດາການປະຕິຮູບໂຄງປະກອບ ແລະ ຊຸກຍູ້ກຳລັງແກ່ງແຍ້ງຂອງຫວຽດນາມ. ທ່ານ Takehiko Nakao ກ່າວວ່າ.
“ລັດຖະບານຫວຽດນາມ ບັນລຸໄດ້ບັນດາຜົນງານພໍສົມຄວນໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ. ວິວັດການປະຕິຮູບຂອງຫວຽດນາມ ແມ່ນມຸ່ງໄປເຖິງພື້ນຖານເສດຖະກິດການຕະຫຼາດ ກໍ່ບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ. ADB ມີຄວາມປິຕິຊົມຊື່ນເມື່ອບັນດາກົດໝາຍໃໝ່ຄື ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການປະມູນ ແລະ ບັນດາຂໍ້ກຳນົດອື່ນໆໄດ້ປະກາດໃຊ້ ແລະ ໄດ້ນຳເຂົ້າເຄື່ອນໄຫວ. ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ໃນນັ້ນມີທ່າແຮງໜຶ່ງແມ່ນ ຫວຽດນາມ ມີຝັ່ງທະເລຍາວ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແຕ່ພິຈາລະນາຕົວຈິງ, ADB ມີຄວາມເຊື່ອໝັ້ນໃນອະນາຄົດຂອງຫວຽດນາມ, ກຳແໜ້ນໄດ້ບັນດາກາລະໂອກາດເພື່ອພັດທະນາ ແລະ ADB ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ໜູນຊ່ວຍຫວຽດນາມ.”