ປະທານ EC ຕໍາໜິຕິຕຽນ ຄໍາສັ່ງລົງໂທດຂອງ ອາເມລິກາ ທີ່ແນໃສ່ ໂຄງການ “ທໍ່ນໍາສົ່ງ ອາຍແກຼດຈາກລັດເຊຍ ໄປຍັງ ເຢຍລະມັນ
(VOVWORLD) - ວັນທີ 27 ທັນວາ, ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen ໄດ້ຕໍາໜິຕິຕຽນບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ແນໃສ່ບັນດາບໍລິສັດທີ່ເຂົ້າຮ່ວມໂຄງການ “ທໍ່ນໍາສົ່ງອາຍແກຼດຈາກລັດເຊຍ ໄປຍັງ ເຢຍລະມັນ.
ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen (ພາບ: dpa) |
ຕອບສໍາພາດຕໍ່ນັກຂ່າວໜັງສືພິມ Spiegel ຂອງ ເຢຍລະມັນ, ທ່ານນາງ Ursula von der Leyen ດ້ານໜຶ່ງຍອມຮັບວ່າ EC ຕ້ອງປົກປ້ອງຜົນປະໂຫຍດຂອງບັນດາປະເທດຢູ່ທາງທິດຕາເວັນອອກເອີຣົບ ທີ່ຖືກຜົນສະທ້ອນຈາກໂຄງການດັ່ງກ່າວ, ແຕ່ກໍ່ປະຕິເສດບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ເຊິ່ງແນໃສ່ບັນດາບໍລິສັດເອີຣົບ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ເໝາະສົມກັບບັນດາຂໍ້ກໍານົດຂອງກົດໝາຍ.
ບັນດາຄໍາຖະແຫຼງດັ່ງກ່າວຂອງຜູ້ນໍາໜ້າ EC ໄດ້ຍົກອອກມາໃນທ້າຍອາທິດແລ້ວນີ້, ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ເຊັນຮັບຮອງເອົາຮ່າງກົດໝາຍວ່່າດ້ວຍ ງົບປະມານປ້ອງກັນຊາດ, ໃນນັ້ນປະກອບມີມາດຕາລົງໂທດບັນດາກໍ່າປັ່ນທີ່ເຂົ້າຮ່ວມການຕິດຕັ້ງທໍ່ນໍາສົ່ງອາຍແກຼດຂອງໂຄງການດັ່ງກ່າວ ກໍຄືຊາວຕ່າງປະເທດ ຜູ້ທີ່ໃຫ້ການຊ່ວຍເຫຼືອບັນດາກໍ່າປັ່ນເຫຼົ່ານັ້ນ.