ປະທານ EC ສະເໜີບັນດາຈຸດຕົ້ນຕໍຊ່ວຍກຳນົດທິດພັດທະນາ ເອີຣົບ

(VOVWORLD) - ວັນທີ 13 ກັນຍາ, ໃນສານຂອງສະຫະພາບ ເອີຣົບ (ອີຢູ) ສະເໜີທີ່ກອງປະຊຸມຂອງລັດຖະສະພາເອີຣົບ ດຳເນີນໄປຢູ່ Strasbourg ຂອງປະເທດ ຝະຣັ່ງ
ປະທານ EC ສະເໜີບັນດາຈຸດຕົ້ນຕໍຊ່ວຍກຳນົດທິດພັດທະນາ ເອີຣົບ - ảnh 1 ທ່ານປະທານຄະນະກຳມະການເອີຣົບ (EC) Jean-Claude Juncker ພາບ: AFP/TTXVN

ທ່ານປະທານຄະນະກຳມະການເອີຣົບ (EC) Jean-Claude Juncker ໄດ້ຍົກອອກບັນດາຈຸດຕົ້ນຕໍກຳນົດທິດການພັດທະນາໃຫ້ໜຶ່ງໃນບັນດາສຳພັນທະມິດດົນນານ ແລະ ແຂງແຮງທີ່ສຸດໃນໂລກນີ້. ກ່ຽວກັບການເຊື່ອມໂຍງ, ທ່ານປະທານ EC Juncker ຮຽກຮ້ອງທຸກປະເທດສະມາຊິກ ອີຢູ ນຳໃຊ້ສະກຸນເງິນ euro  ແລະ ຊ່ວຍເຫຼືອບັນດາສະມາຊິກອ່ອນດ້ອຍທາງດ້ານການເງິນ ແລະ ເຕັກນິກ. ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ (Brexit), ທ່ານ Juncker ຖືວ່າ: ສິ່ງດັ່ງກ່າວ ຈະບໍ່ກີດຂວາງວິວັດທະນາການເຊື່ອມຕົວກາຍເປັນກຸ່ມກ້ອນແຫ່ງຄວາມເອກະພາບຂອງບັນດາປະເທດທີ່ຍັງເຫຼືອໃນ ອີຢູ ພິເສດ ແມ່ນເມື່ອບັນດາເງື່ອນໄຂໃນປັດຈຸບັນລ້ວນແຕ່ສະດວກທີ່ສຸດ. ທ່ານ Juncker ຮຽກຮ້ອງຈັດຕັ້ງກອງປະຊຸມສຸດຍອດ ອີຢູ ໃນວັນທີ 30 ມີນາ 2019 ພາຍຫລັງ ອັງກິດ ບໍ່ແມ່ນສະມາຊິກຂອງ ອີຢູ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ