ຜູ້ນຳ ກູບາ Fidel Castro ໃນການຢ້ຽມຢາມ ແຂວງ ກວາງຈີ້
(ພາບ: Granma)
|
(vovworld) – ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພັດທະນາການພົວພັນກັບ ຫວຽດນາມ, ຖື ຫວຽດນາມ ເປັນອ້າຍນ້ອງສະໜິດສະໜົມ. ທ່ານປະທານ Fidel Castro ແລະ ປະທານ ໂຮ່ຈີມິນ ມີການພົວພັນພິເສດ. ການພົວພັນຖານອ້າຍນ້ອງນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງທັງ 2 ຊາດ ຫວຽດນາມ ແລະ ກູບາ ຕ້ອງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ. ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Herminio Lopez Diaz ໄດ້ເນັ້ນໜັກ ຄືດັ່ງກ່າວໄປການຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນເຫດການປະທານ, ນັກປະຕິວັດ Fidel Castro ເຖິງແກ່ມໍລະນະກຳ.
ທ່ານເອກອັກຄະລັດຖະທູດ Herminio Lopez Diaz ໄດ້ຢັ້ງຢືນວ່າ: ທຸກສິ່ງທີ່ປະທານ Fidel Castro ເຮັດໃຫ້ປະເທດຊາດແມ່ນໃຫຍ່ຫຼວງທີ່ສຸດ. ບໍ່ພຽງແຕ່ນຳພາການປະຕິວັດຍາດເອົາເອກະລາດ ອະທິປະໄຕຂອງປະເທດຊາດເທົ່ານັ້ນ, ປະທານ Fidel Castro ຍັງປະກອບສ່ວນກໍ່ສ້າງສັງຄົມຍຸຕິທຳໃຫ້ແກ່ທຸກໆຄົນ, ພິເສດໃນການສຳພັດກັບບັນດາກາລະໂອກາດກ່ຽວກັບການສຶກສາໂດຍບໍ່ເສຍຄ່າ ແລະ ສົ່ງເສີມສຸຂະພາບ:
“ນີ້ແມ່ນບັນດາຜົນງານສຳຄັນໂດຍທົ່ວໂລກ ຮັບຮູ້ ແລະ ຊ່ວຍໃຫ້ ກູບາ ມີເງື່ອນໄຂເພື່ອບັນລຸໄດ້ດັດຊະນີສູງກ່ຽວກັບດ້ານຮັບປະກັນຊີວິດສັງຄົມ. ນອກຈາກນັ້ນ, ຕ້ອງເວົ້າເຖິງເລື່ອງຜູ້ບັນຊາການໃຫຍ່ Fidel Castro ໄດ້ຊ່ວຍຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນເວທີສາກົນ, ພິເສດຜ່ານເລື່ອງ ກູບາ ໄດ້ສະແດງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຂອງຕົນກັບພາລະກິດເປັນທຳຂອງປະເທດຕ່າງໆ.”
ສະເພາະ ຫວຽດນາມ, ປະທານ Fidel Castro ຍາມໃດກໍ່ສະຫງວນນ້ຳໃຈຈິງໃຈທີ່ສຸດ. ທ່ານເອກອັກຄະລັດຖະທູດ Herminio Lopez Diaz ເນັ້ນໜັກວ່າ:
“ໃນທຸກເທື່ອທີ່ມາຢຽມ ຫວຽດນາມ, ປະທານ Fidel ກໍ່ມີໂອກາດໄດ້ຮັບຮູ້ນ້ຳໃຈຮັກແພງທີ່ປະຊາຊົນ ຫວຽດນາມ ສະຫງວນໃຫ້ເພີ່ນ ແລະ ນັ້ນກໍ່ແມ່ນກຳລັງຊຸກຍູ້ໃຫ້ເພີ່ນສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ປະເທດ. ແລະ ໃນໄລຍະທີ່ທ່ານດຳລົງບັນດາຕຳແໜ່ງຂອງລັດ ຮອດຈຸດເວລາທ່ານອອກພັກຜ່ອນເມື່ອປີ 2006 ແລະ ຮອດຈຸດເວລາປະຈຸບັນ, ໃນການພົບປະກັບການນຳ ຫວຽດນາມ, Fidel ຍາມໃດກໍ່ເນັ້ນໜັກຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ພັກ, ການພົວພັນໄດ້ກາຍເປັນແບບຢ່າງຂອງການພົວພັນສາກົນ.”