ປະທານ ກູບາ ໄປຍັງອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດສະມັດຊາໃຫຍ່ ສປຊ

(VOVWORLD) - ນະທີ່ນີ້, ທ່ານປະທານ Diaz – Canel ມີບົດກ່າວປາໄສທີ່ກອງປະຊຸມສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 73, ກ່າວປະນາມນະໂຍບາຍຂວ້ຳບາດດ້ານການຄ້າທີ່ແກ່ຍາວເປັນເວລານັບສິບໆປີຂອງອາເມລິກາ.

ປະທານ ກູບາ ໄປຍັງອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດສະມັດຊາໃຫຍ່ ສປຊ - ảnh 1ທ່ານ Miguel Diaz – Canel Bermudez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ. ກູບາ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ວັນທີ 23 ກັນຍາ, ທ່ານ Miguel Diaz – Canel Bermudez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ. ກູບາ ໄດ້ໄປຍັງ ນິວຢອກ, ເຊິ່ງເປັນຂີດໝາຍການຢ້ຽມຢາມ ອາເມລິກາ ຄັ້ງທຳອິດຂອງທ່ານ. ນະທີ່ນີ້, ທ່ານປະທານ Diaz – Canel ມີບົດກ່າວປາໄສທີ່ກອງປະຊຸມສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 73, ກ່າວປະນາມນະໂຍບາຍຂວ້ຳບາດດ້ານການຄ້າທີ່ແກ່ຍາວເປັນເວລານັບສິບໆປີຂອງອາເມລິກາ.

        ຕາມແຜນການແລ້ວ, ເມື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານປະທານ Diaz – Canel ຈະມີບົດກ່າວປາໄສທີ່ກອງປະຊຸມສຸດຍອດສັນຕິພາບ Nelson Mandela ໃນວັນທີ 24 ກັນຍາ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 26 ກັນຍາ. ນອກຈາກນັ້ນ, ທ່ານຍັງຈະພົບປະກັບການນຳຫຼາຍປະເທດ ແລະ ວົງການເຈົ້າໜ້າທີ່ ອາເມລິກາ, ໃນນັ້ນມີເຈົ້າຄອງນະຄອນ ນິວຢອກ ທ່ານ Bill de Blasio, ເຊິ່ງເປັນນັກການເມືອງທີ່ຍາມໃດກໍ່ສະໜັບສະໜູນການປັບປຸງການພົວພັນລະຫວ່າງ 2 ປະເທດ ແລະ ແມ່ນສະມາຊິກໃນປະຊາຄົມ ອາເມລິກາ - ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ