ປະທານກອງທຶນ ອາຊີ - ປາຊີຟິກ ການາດາ ຮຽກຮ້ອງສ້າງໂອກາດພັດທະນາໃຫ້ບັນດາ SMEs
(VOVWORLD) - ຢູ່ນອກກອງປະຊຸມສະພາໃຫ້ຄຳປຶກສາວິສາຫະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 3 (ABAC) ດຳ ເນີນໃນວັນທີ 26 ກໍລະກົດ ທີ່ນະຄອນ Toronto
ທ່ານ Steward Beck (ພາບ: ອິນເຕີແນັດ) |
ທ່ານ Steward Beck ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານ (CEO) ກອງທຶນ ອາຊີ - ປາຊີຟິກ ການາດາ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ແລະ ບັນດາ CEO ສະມາຊິກ ABAC ພ້ອມກັນສ້າງໂຄງການດຳເນີນງານ ຍົກອອກບັນດາຂໍ້ສະເໜີປ່ຽນແປງນະໂຍບາຍ, ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນທົ່ວພາກພື້ນ APEC ເພື່ອຍື່ນຕໍ່ບັນດາການນຳ APEC ທີ່ກອງປະຊຸມເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງຢູ່ ດ່າໜັງ ຫວຽດນາມ. ສຳ ລັບ ຫວຽດນາມ, ການຄ້າເອເລັກໂຕນິກ ຊ່ວຍໃຫ້ SMEs ສົ່ງອອກສິນຄ້າໄປຍັງບັນດາປະເທດ ອາຊຽນ ຫຼື ຈີນ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຖືວ່າ ລັດຖະບານບັນດາປະເທດ ຄວນເຂົ້າໃຈແຈ້ງຂັ້ນຕອນການຄ້າເອເລັກໂຕນິກ ແລະ ມີບັນດາຂໍ້ກຳນົດທີ່ຈຳເປັນ ເພື່ອສົ່ງເສີມຮູບການການຄ້ານີ້.