(VOVWORLD) - ຕອນເຊົ້າວັນທີ 05 ພຶດສະພາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ອວຍພອນວັນວິສາຂະບູຊາຢູ່ແຂວງ ເທື່ອທຽນເຫ້ວ.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນວັນວິສາຂະບູຊາຢູ່ແຂວງ ເທື່ອທຽນເຫ້ວ |
ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2563 - ຄສ 2019, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ອວຍພອນພະມະຫາອາຈານ ທິກແທັງດຶກ, ຫົວໜ້າຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ແຂວງເທື່ອທຽນເຫ້ວ, ເຈົ້າອາວາດວັດ ບ໊າວກວ໊ກ ແລະ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ວັດ ບ໊າວກວ໊ກ, ຕາແສງ ດຸ໊ກ, ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ. ທີ່ການພົບປະ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:
ບັນດາພະມະຫາອາຈານ, ພະອາຈານໃຫຍ່, ພະອາຈານ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຂອງແຂວງ ເທື່ອທຽນເຫ້ວ ໃນໄລຍະຜ່ານມາ ໄດ້ປະຕິບັດບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມເປັນຢ່າງດີ, ເຂົ້າຮ່ວມວຽກງານກຸສົນສັງຄົມຢ່າງຕັ້ງໜ້າ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ອົງການພຸດທະສາສະໜາ ຫວຽດນາມ ຈະຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະໜາໄລຍະປີ 2017 – 2020 ປະສົບຜົນສຳເລັດ.