ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນເນື່ອງໃນໂອກາດວັນບຸນວິສາຂະບູຊາປີ201 ພສ
ພາບປະກອບ:internet
|
(vovworld)-ເນື່ອງໃນໂອກາດວັນບຸນວິສາຂະບູຊາປີ 2015 ພສ 2559, ໃນຈົດໝາຍສົ່ງເຖິງຍົດຖາບັນດາສັກ, ພຸດທະສາສະນິກະຊົນ ຫວຽດນາມ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນຫນັກວ່າ: ໃນປະຫວັດສາດ 2000 ປີຜ່ານມາ, ພຸດທະສາສະຫນາຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບປະເທດຊາດໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ສະມາຄົມພຸດທະສາສະຫນາຫວຽດນາມ ຍາມໃດກໍເສີມຂະຫຍາຍຈິດໃຈສາມັກຄີ, ຂົນຂວາຍປະຊາຊົນພຸດທະສາສະນິກະຊົນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນພາລະກິດປ່ຽນໃຫມ່ ແລະ ພັດທະນາປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາສູງການປະກອບສ່ວນຢ່າງຕັ້ງຫນ້າຂອງສະມາຄົມພຸດທະສາສະຫນາຫວຽດນາມ ແລະ ພຸດທະສາສະນິກະຊົນຢູ່ພາຍໃນ ແລະ ຕ່າງປະເທດສຳລັບພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນ 34 ປີຜ່ານມາ