ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເຢຍລະມັນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເຢຍລະມັນ - ảnh 1
(ທ່ານ​ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ​ຕ້ອນຮັບ​
ທ່ານ​ນາງ Jutta Gisela Frasch, ​ເອກ​ອັກຄະ​ລັດຖະທູດ​ສ.ສະຫະພັນ​ເຢຍລະ​ມັນ)


(vovworld) -     ວັນ​ທີ 04/04, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Jutta Gisela Frasch, ​ເອກ​ອັກຄະ​ລັດຖະທູດ​ສ.ສະຫະພັນ​ເຢຍລະ​ມັນ ປະຈຳ​ຫວຽດນາມ, ທ່ານ​ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ. ພ້ອມ​ທັງ​ຊົມ​ເຊີຍ ​ແລະ ຂໍຂອບ​ໃຈຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ເຢຍລະ​ມັນ ທີ່​ມີ​ຕໍ່​ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ທຸລະ​ກິດ​ເຢຍລະ​ມັນ ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສ້າງ​ໂຄງການເຄື່ອນໄຫວທີ່ອຸດົມ​ສົມບູນ, ມີ​ຄວາມ​ໝາຍ ​ເພື່ອ​ມຸ່ງ​ໄປ​ສູ່ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ ​ໃນ​ປີ 2015.

        ສ່ວນ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ Jutta Gisela Frasch ປາດ​ຖະໜາ​ວ່າ, 2 ປະ​ເທດ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ໃຫ້​ນັບ​ມື້​ນັບ​ພັດທະນາ​​ຢ່າງເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ